ສະຫະພັນອາຣັບ ຮັບຮູ້ຝ່າຍຄ້ານ ແມ່ນຜູ້ຕາງໜ້າຖືກຕ້ອງຕາມ ກົດໝາຍຂອງຊີຣີ

ສະຫະພັນອາຣັບ ຮັບຮູ້ຝ່າຍຄ້ານ ແມ່ນຜູ້ຕາງໜ້າຖືກຕ້ອງຕາມ ກົດໝາຍຂອງຊີຣີ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 12/11, ສະຫະພັນ​ອາຣັບ ​ໄດ້​ຮັບ​ຮູ້ “ກຸ່ມ​ຝ່າຍ​ຄ້ານ​ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່” ຢູ່​ຊີຣີ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ຮຽກຮ້ອງ​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ອື່ນໆພ້ອມ​ກັນ​ເຂົ້າ​ຮ່ວມ​ສຳພັນ​ທະ​ມິດ​ນີ້. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ອາຣັບ ພວມ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ Cairo ປະ​ເທດ​ອີ​ຍີບ​ ພາຍຫຼັງ​ການ​ປຶກສາ​ຫາລື​ນຳ​ກັນໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ຮັບ​ຮູ້ “ສະພາ​ແຫ່ງ​ຊາດ​ຊີ​ຣີ” ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ຢູ່ Doha ​ເມືອ​ວັນ​ທີ 11/11 ​ແມ່ນ “ຜູ້ຕາງໜ້າ” ​ແລະ ​ເຈລະຈາຖືກຕ້ອງ​ຕາມ​ກົດໝາຍ​ກັບ​ສະຫະພັນ​ອາຣັບ. ວັນ​ທີ 12/11, ສະພາ​ຮ່ວມ​ມື​ເຂດ​ອ່າວ​ ກໍ​ຕົກລົງ​ຮັບ​ຮູ້​ສະ​ຫະພັນ​ຊົນ​ຊາດ​ຂອງ​ຝ່າຍ​ຄ້ານ​ຢູ່​ຊີຣີ ​ແມ່ນ​ຜູ້ຕາງໜ້າ​ຖືກ​ຕ້ອງຕາມ​ກົດໝາຍ​ຂອງ​ປະຊາຊົນ​ປະ​ເທດ​ນີ້. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ​ໄດ້​ອອກຖະ​ແຫຼ​ງສະໜັບສະໜູນ​ຝ່າຍ​ຄ້ານ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ