ສະຫະພັນອາຣັບຈະຍື່ນຮ່າງມະຕິກ່ຽວກັບປາແລດສະຕີນຂຶ້ນເຖິງສະຫະປະຊາຊາດ

ສະຫະພັນອາຣັບຈະຍື່ນຮ່າງມະຕິກ່ຽວກັບປາແລດສະຕີນຂຶ້ນເຖິງສະຫະປະຊາຊາດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Mahmoud Abbas.
 (ພາບ: AFP/TTXVN)

(vovworld) – ວັ​ນ​ທີ 29/11, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ສະ​ຫະ​ພັ​ນ ອາ​ຣັບ (AL) ໄດ້​ສະ​ໜັບ​ສະ​ໜູນ​ຮ່າງ​ມະ​ຕິ ໃນ​ນັ້ນ​​ກຳ​ນົດ​ຈຸດ​ເວ​ລາ​ໃຫ້​​ການ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະ​ຕີນ ກໍ່​ຄື​ເລື່ອງ ອິດ​ສະ​ຮາ​ແອນ ຖອກ​ອອກ​ຈາກ​ເຂດ​ດິນ​ແດນ​​ທີ່​ໄດ້​ຍືດ​ຄອງ​ຂອງ ປາ​ແລດ​ສະ​ຕີນ ​ນັບແຕ່​ປີ 1967.

        ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບໍ່​ເປັນ​ປົກ​ກະ​ຕິ AL ໃຫ້​ຮູ້​ວ່າ: ຄະ​ນະ​ກຳ​ມະ​ການ​​ໜຶ່ງລວມ​ມີ: Palestine, Kuwait, Mauritania, Jordan - ສະ​ມາ​ຊິກບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ແລະ ເລ​ຂາ​ທິ​​ການໃຫຍ່ AL Nabil al – Arabi ຈະ​ເລີ່ມ​ຊອກ​ຫາ​ການ​ສະ​ໜັບ​ສະ​ໜູນ​ສາ​ກົນ​ທີ່​ມີ​ຕໍ່​ຮ່າງ​ມະ​ຕິ​ດັ່ງ​ກ່າວ. ​ຈໍ​ແດນ ຈະ​ຍື່​ນ​ສະ​ເໜີເອ​ກະ​ສານ​ສະ​ບັບ​ນີ້​​ຂຶ້ນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາງ​ການ​ໃນ​ຊຸມມື້​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ