ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ຈະ​ມອບ​ໂຄ​ຕາ​ສົ່ງ​ອອກເຂົ​້າສານ​ຈຳ​ນວນ 10.000 ໂຕນ​ໃຫ້​ແກ່​ຫວຽດ​ນາມ ໃນ​ປີ 2021

(VOVWORLD) -ຫວຽດນາມ ຈະສົ່ງອອກເຂົ້າສານໄປຍັງ 2 ປະເທດ ໃນຈຳນວນ 5 ປະເທດ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ດ້ວຍຈຳນວນ 10.000 ໂຕນ.
ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ຈະ​ມອບ​ໂຄ​ຕາ​ສົ່ງ​ອອກເຂົ​້າສານ​ຈຳ​ນວນ 10.000 ໂຕນ​ໃຫ້​ແກ່​ຫວຽດ​ນາມ ໃນ​ປີ 2021 - ảnh 1ຫວຽດນາມ ຈະສົ່ງອອກໄປຍັງປະເທດ ອາກເມເນຍ 400 ໂຕນ ແລະ ເບລາຣຸດ 9.600 ໂຕນ (ພາບ: TTXVN)

 ຕາມການຈັດແບ່ງໂຄຕາປີ  2021 ຂອງ ຄະນະກຳມະການເສດຖະກິດ ອາຊີ - ເອີຣົບ (EEC), ໃນເບື້ອງຕົ້ນ ຫວຽດນາມ ຈະສົ່ງອອກເຂົ້າສານໄປຍັງ 2 ປະເທດ ໃນຈຳນວນ 5 ປະເທດ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ດ້ວຍຈຳນວນ 10.000 ໂຕນ. ໃນນັ້ນ ສົ່ງອອກໄປຍັງປະເທດ ອາກເມເນຍ 400 ໂຕນ ແລະ ເບລາຣຸດ 9.600 ໂຕນ.

        ການຈັດແບ່ງໂຄຕາສຳລັບເຂົ້າສານນີ້ ແມ່ນປະຕິບັດຕາມຄຳໝັ້ນສັນຍາ ໃນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນ EAEU. ບັນດາປະເທດຄື ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ ແມ່ນບໍ່ນອນໃນບັນຊີລາຍຊື່ດັ່ງກ່າວ.

        ພ້ອມກັບ EAEU, EVFTA ຈະເພີ່ມກາລະໂອກາດສົ່ງອອກເຂົ້າສານຂອງ ຫວຽດນາມ ໄປຍັງບັນດາປະເທດເອີີຣົບ ທີ່ຢູ່ໃນກຸ່ມ ແລະ ນອກກຸ່ມ ສະຫະພາບເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ