ສະຫະພັນແມ່ຍິງ ຫວຽດນາມ ຜັນຂະຫຍາຍການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ

(VOVWORLD) - ສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບຂອງຂວັນ 500 ພູດ ແລະ ເງິນສົດມອບໃຫ້ແມ່ ຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄອບຄົວເປົ້າໝາຍນະໂຍບາຍ, ແມ່ຍິງທຸກຍາກ, ແມ່ຍິງປະສົບກັບຄວາມຫຍຸ້ງຍາກ
ສະຫະພັນແມ່ຍິງ ຫວຽດນາມ ຜັນຂະຫຍາຍການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ - ảnh 1
ງານສະແດງຮູບພາບຢູ່ ດຽນບຽນ
(ພາບ:Xuân Tư/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ວັນທີ 5 ມີນາ, ຢູ່ ແຂວງດ້ຽນບຽນ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ແຂວງ ດ້ຽນບຽນ; ສະແດງຄວາມຮູ້ບຸນຄຸນບັນດາຄຸນງາມຄວາມດີ, ການອຸທິດສ່ວນອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ເຮັດໃຫ້ມີໄຊຊະນະ ດ້ຽນບຽນຝູ. ທ່ານນາງ ຫງວຽນທິມິງເຮືອງ, ຮອງປະທານສະຫະພັນແມ່ຍິງ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ແມ່ນເຫດການໃຫຍ່ຂອງແມ່ຍິງທົ່ວປະເທດມຸ່ງໄປສູ່ ດຽນບຽນ. ພວກຂ້າພະເຈົ້າມີບັນດາການເຄື່ອນໄຫວຢູ່ນະຄອນ ດ້ຽນບຽນຝູ ດ້ວຍລາຍການພົວພັນແລກປ່ຽນທີ່ເຕັມໄປດ້ວຍສາຍຈິດມິດໃຈທະຫານປະຊາຊົນ, ບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ 5 ຕາແສງ, ຈັດການຮັບສົ່ງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ທຸກຍາກຢູ່ແຂວງ ດ້ຽນບຽນ”.

        ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບຂອງຂວັນ 500 ພູດ ແລະ ເງິນສົດມອບໃຫ້ແມ່ ຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄອບຄົວເປົ້າໝາຍນະໂຍບາຍ, ແມ່ຍິງທຸກຍາກ, ແມ່ຍິງປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນ 20 ພູດ 50 ພູດໃຫ້ເມຍນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດ້ຽນບຽນ ແລະ ອະດິດນັກຮົບ ດຽນບຽນ; ຢ້ຽມຢາມ, ມອບຂອງຂວັນໃຫ້ນັກຮົບ ແລະ ລູກຮັກ ຂອງປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ໄຕຈາງ, ປ້ອມປ້ອງກັນຊາຍແດນ ປາເທີມ ແລະ ສູນອຸປະກະລະສັງຄົມແຂວງ ດ້ຽນບຽນ…

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ສະຫະພັນແມ່ຍິງ ຫວຽດນາມ ຈະຈັດລາຍການພົບປະແລກປ່ຽນ “ສາຍຈິດມິດໃຈທະຫານປະຊາຊົນຕະຫຼອດໄປ” ຢູ່ ສະໜາມຫຼວງ 7 ພຶດສະພາ, ນະຄອນ ດຽນບຽນຝູ.

ຕອບກັບ

ຂ່າວ/ບົດ​ອື່ນ