ສະຫະພັນໃຫຍ່ແຮງງານຫວຽດນາມ ມອບປິ້ຍົນ 500 ປີ້ໃຫ້ສະມາຊິກກຳມະບານກັບເທືອຕ້ອນຮັບບຸນເຕັດຢູ່ບ້ານ

(VOVWORLD) -ບໍລິສັດການບິນ Bamboo Airways ຈະມອບປີ້ຍົນ 500 ປີ້ໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ.
ສະຫະພັນໃຫຍ່ແຮງງານຫວຽດນາມ ມອບປິ້ຍົນ 500 ປີ້ໃຫ້ສະມາຊິກກຳມະບານກັບເທືອຕ້ອນຮັບບຸນເຕັດຢູ່ບ້ານ - ảnh 1(ພາບປະກອບ: Vietnam+)

ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສົມທົບກັບບໍລິສັດການບິນ Bamboo Airways ຈັດລາຍການ “ປີ້ແຫ່ງສາຍຈິດມິດໃຈ” ເພື່ອແນໃສ່ໜູນຊ່ວຍສະມາຊິກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ.

        ຕາມນັ້ນແລ້ວ, ບໍລິສັດການບິນ Bamboo Airways ຈະມອບປີ້ຍົນ 500 ປີ້ໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ. ຄາດວ່າ, ຖ້ຽວບິນຈະເລີ່ມຈະເລີ່ມປິນໃນວັນທີ 10, 11 ກຸມພາ 2021 (ກົງກັບວັນທີ 29, 30 ເດືອນ 12 ປີ 2020 ໄລ່ຕາມຈັນທະປະຕິທິນ), ຫຼືໄວກວ່າຕາມແຜນການຂອງບໍລິສັດການບິນນີ້.

        ເປົ້າໝາຍທີ່ໄດ້ຮັບປີ້ຍົນແມ່ນສະມາຊິກກຳມະບານ, ຜູ້ອອກແຮງງານພວມປິ່ນປົວຢູ່ຕາມຮາກຖານສາທາລະນະສຸກ, ຜູ້ເກີດອຸບັດຕິເຫດແຮງງານ, ຜູ້ເປັນພະຍາດອາຊຊີບ, ຄົນພິການປະສົບກັບຄວາມຫຍຸ້ງຍາກຖ້າຫາກເດີນທາງດ້ວຍລົດໃຫຍ່ ຫຼື ລົດໄຟ…

ຕອບກັບ

ຂ່າວ/ບົດ​ອື່ນ