ສະຫະພັນໃຫຍ່ແຮງງານຫວຽດນາມ ໜູນຊ່ວຍເງິນຈຳນວນກວ່າ 1200 ຕື້ດົ່ງໃຫ້ແກ່ຜູ້ອອກແຮງງານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ກຳມະບານທຸກຂັ້ນໄດ້ໜູນຊ່ວຍແນວໜ້າໃນການປ້ອງກັນ ຕ້ານໂລກລະບາດ ແລະ ສະມາຊິກ, ຜູ້ອອກແຮງງານຈາກແຫຼ່ງການເງິນຂອງກຳມະບານ ແລະ ແຫຼ່ງການເງິນຫັນເປັນສັງຄົມ
ສະຫະພັນໃຫຍ່ແຮງງານຫວຽດນາມ ໜູນຊ່ວຍເງິນຈຳນວນກວ່າ 1200 ຕື້ດົ່ງໃຫ້ແກ່ຜູ້ອອກແຮງງານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານ ຫງໍະຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ
(ພາບ: VIỆT LÂM)

ໃນການແຜ່ລະບາດເຊື້ອໂຄວິດ-19 ຮອບທີ 4 ນີ້, ກຳມະບານທຸກຂັ້ນໄດ້ໜູນຊ່ວຍແນວໜ້າໃນການປ້ອງກັນ ຕ້ານໂລກລະບາດ ແລະ ສະມາຊິກ, ຜູ້ອອກແຮງງານຈາກແຫຼ່ງການເງິນຂອງກຳມະບານ ແລະ ແຫຼ່ງການເງິນຫັນເປັນສັງຄົມ ດ້ວຍຈຳນວນເງິນກວ່າ 1200 ຕື້ດົ່ງ, ມີສະມາຊິກ, ຜູ້ອອກແຮງງານກວ່າ 1 ລ້ານຄົນໄດ້ຮັບຊົມໃຊ້. ນີ້ແມ່ນຂໍ້ມູນທີ່ການປະຊຸມຂ່າວໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ຈັດຕັ້ງໃນວັນທີ 17 ກໍລະກົດ ຢູ່ຮ່າໂນ້ຍ ທາງອອນລາຍ.

ກ່ຽວກັບແຜນການໃນໄລຍະຈະມາເຖິງ, ທ່ານ ຫງໍະຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ:

“ລາຍຮັບຂອງກຳມະກອນເກືອບທັງໝົດແມ່ນພໍໃຊ້ຈ່າຍໃນເດືອນເທົ່ານັ້ນ, ສະນັ້ນ ເມື່ອວິສາຫະກິດຢຸດຕິການຜະລິດ  ໝາຍຄວາມວ່າກຳມະກອນຜູ້ບໍ່ມີເງິນສະສົມຈະປະສົບກັບຄວາມຫຍຸ້ງຍາກໂດຍທັນທີ. ສະນັ້ນ, ພວກຂ້າພະເຈົ້າພວມເຂົ້າຮ່ວມຢ່າງຕັ້ງໜ້າຢູ່ບັນດາເຂດມີເງື່ອນໄຂຢ່າງພຽງພໍໃຫ້ແກ່ການຜະລິດ 3 ກັບທີ, ເພື່ອຮັບປະກັນວຽກເຮັດງານທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າສະເໜີໃຫ້ເຈົ້າຂອງຜູ້ນຳໃຊ້ແຮງງານ ດັດສົມວິທີການຜະລິດ ມານະພະຍາຍາມຮັກສາຜູ້ອອກແຮງງານມີວຽກເຮັດງານທຳໃຫ້ຫຼາຍທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ