ສະຫະພັນ​​ໃຫຍ່ແຮງງານ​ຫວຽດນາມຮຽກຮ້ອງ​ໃຫ້​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນຊ່ວຍ​ຜູ້​ອອກ​​​ແຮງ​ງານ

(VOVWORLD) -ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນ, ນັກທຸລະກິດ, ເຈົ້າຂອງເຮືອນພັກສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ຊ່ວຍເຫຼືອກໍາມະກອນຊາວຜູ້ອອກແຮງງານຜ່ານຮູບແບບຕ່າງໆ.
ສະຫະພັນ​​ໃຫຍ່ແຮງງານ​ຫວຽດນາມຮຽກຮ້ອງ​ໃຫ້​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນຊ່ວຍ​ຜູ້​ອອກ​​​ແຮງ​ງານ - ảnh 1(ພາບປະກອບ: daibieunhandan.vn) 

ຕອນບ່າຍວັນທີ 27 ມີນາ, ໃນຈົດໝາຍສະແດງຄວາມຂອບອົກຂອບໃຈ, ຮັບຮູ້ຄວາມເອົາໃຈໃສ່, ການສະໜັບສະໜູນອັນລໍ້າຄ້າທາງດ້ານຈິດໃຈ ແລະວັດຖຸຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນສໍາລັບສະມາຊິກກຳມະບານ ແລະກໍາມະກອນຊາວຜູ້ອອກແຮງງານຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ພວມຜັນແປຢ່າງສັບສົນ, ທ່ານ ຫງວຽນດິ່ງຄາງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງຮອບດ້ານເຖິງການຜະລິດ, ວຽກເຮັດງານທໍາ, ຊີວິດການເປັນຢູ່ຂອງກໍາມະກອນຊາວຜູ້ອອກແຮງງານ. ສະນັ້ນ, ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມຈຶ່ງຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນ, ນັກທຸລະກິດ, ເຈົ້າຂອງເຮືອນພັກສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ຊ່ວຍເຫຼືອກໍາມະກອນຊາວຜູ້ອອກແຮງງານຜ່ານຮູບແບບຕ່າງໆ. ບັນດາການກະທໍາທີ່ມີຄວາມໝາຍນີ້ຈະແມ່ນກໍາລັງໜູນສໍາຄັນ ເພື່ອຊ່ວຍໃຫ້ຊາວຜູ້ອອກແຮງງາຍຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມກັບວິສາຫະກິດ ແລະທົ່ວປະເທດຟື້ນຟູການຜະລິດ, ພັດທະນາເສດຖະກິດສັງຄົມຂອງປະເທດພາຍຫຼັງທີ່ໂລກລະບາດສິ້ນສຸດລົງ ໂດຍໄວ.


 

ຕອບກັບ

ຂ່າວ/ບົດ​ອື່ນ