ສະຫະພາບ ອາຟຣີກາ ສ້າງຕັ້ງກຳລັງທະຫານປະຕິກິລິຍາໄວ

ສະຫະພາບ ອາຟຣີກາ ສ້າງຕັ້ງກຳລັງທະຫານປະຕິກິລິຍາໄວ - ảnh 1
(ພາບປະກອບ)
(vovworld) - ກອງ​ປະຊຸມ​ສຸດ​ຍອດສະຫະພາບ ອາ​ຟຣີກາ (AU) ຄັ້ງ​ທີ 21 ​​ໄດ້​ອັດ​ລົງ​ໃນ​ວັນ​ທີ 27/05 ຢູ່ Ethiopia ​ແລະ ອອກ​ຖະ​ແຫຼ​ງການ​ຮ່ວມ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ຕັ້ງ​ທະວີບອາ​ຟລິ​ກາ ສາມັກຄີ, ສັນຕິພາບ ​ແລະ ​ເຊື່ອມ​ໂຍງ. ບັນດາ​ປະ​ເທດ​ສະມາຊິກ AU ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ກໍ​ຄື​ປ​ະກອບ​ສ່ວນ​ເຂົ້າ​​ໃນ​ການ​ພັດທະນາ​ເສດຖະກິດ​ທົ່ວ​ພາກ​ພື້ນ. ກໍ​ທີ່​ກອງ​ປະຊຸມ​, ການ​ນຳ​ບັນດາ​ປະ​ເທດ AU ຕັດສິນ​​ໃຈ​ສ້າງ​ຕັ້ງກຳລັງ​ທະຫານປະຕິກິລິຍາ​ໄວ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ກໍລະນີ​ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ຮີບ​ດ່ວນ​ຢູ່​​ໃນພາກ​ພື້ນ.
ຂ່າວ/ບົດ​ອື່ນ