ສະ​ຫະ​ພາບ​ເອີ​ຣົບ ຮຽກ​ຮ້ອງ ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຄືນ​ຂໍ້​ຕົກ​ລົງ​ຖອນ​ຕົວ​ອອກ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ

(VOVWORLD) - ອົງການອະນາໄມໂລກ ຄວນສືບຕໍ່ຮັກສາບົດບາດນຳພາດ້ວຍບັນດາຄວາມມານະພະຍາຍາມຮັບມືຂອງວົງຄະນະຍາດສາກົນທີ່ມີຕໍ່ໂລກລະບາດໂຄວິດ - 19, ນັບທັງປັດຈຸບັນ ແລະ ອະນາຄົດ. 
ສະ​ຫະ​ພາບ​ເອີ​ຣົບ ຮຽກ​ຮ້ອງ ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຄືນ​ຂໍ້​ຕົກ​ລົງ​ຖອນ​ຕົວ​ອອກ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຖອນຕົວອອກຈາກ ອົງການອະນາໄມໂລກ ໃນວັນທີ 29 ພຶດສະພາ (ພາບປະກອບ: TTXVN)

        ວັນທີ 30 ພຶດສະພາ, ສະຫະພາບ ເອີຣົບ (ອີຢູ) ຮຽກຮ້ອງ ອາເມລິກາ ພິຈາລະນາຄືນຂໍ້ຕົກລົງຢຸດຕິຖານະເປັນສະມາຊິກຂອງອົງການ ອະນາໄມໂລກ (WHO). ໃນຖະແຫຼງການຮ່ວມສະບັບໜຶ້ງ, ທ່ານປະທານຄະນະກຳມະການເອີຣົບ (EC) Ursula von der Leyen ແລະ ທ່ານ Josep Borrell - ຜູ້ຕາງໜ້າລະດັບສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພາບເອີຣົບ ຖືວ່າ ອົງການອະນາໄມໂລກ ຄວນສືບຕໍ່ຮັກສາບົດບາດນຳພາດ້ວຍບັນດາຄວາມມານະພະຍາຍາມຮັບມືຂອງວົງຄະນະຍາດສາກົນທີ່ມີຕໍ່ໂລກລະບາດໂຄວິດ - 19, ນັບທັງປັດຈຸບັນ ແລະ ອະນາຄົດ. ເພື່ອເປົ້າໝາຍດັ່ງກ່າວ, ການເຂົ້າຮ່ວມ ແລະ ຊ່ວຍໜູນຂອງທຸກໆຝ່າຍ ແມ່ນສິ່ງທີ່ຕ້ອງເປັນໄປ ແລະ ຈຳເປັນທີ່ສຸດ. ຖະແຫຼງການໄດ້ເນັ້ນໜັກວ່າ ຂະນະທີ່ໂລກຍັງພວມອອກແຮງຕໍ່ສູ້ຕ້ານໂລກລະບາດ, ໜ້າທີ່ຕົ້ນຕໍ່ຂອງແຕ່ລະປະເທດແມ່ນກອບກູ້ເອົາຊີວິດມະນຸດ ແລະ ຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປເທື່ອລະກ້າວ. ປັດຈຸບັນ ແມ່ນຈຸດເວລາທີ່ບັນດາປະເທດ, ບັນດາອົງການຈັດຕັ້ງ ຄວນເພີ່ມທະວີການຮ່ວມມື ແລະ ມຸ່ງໄປສູ່ບັນດາວິທີການແກ້ໄຂຮ່ວມ, ຫຼີກລ້ຽງການກະທຳ ເຮັດໃຫ້ໝາກຜົນສາກົນອ່ອນແອລົງ. ດັ່ງນັ້ນ, ອີຢູ ຮຽກຮ້ອງ ອາເມລິກາ ຈົ່ງພິຈາລະນາຄືນຂໍ້ຕົກລົງຂອງຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ