ສະຫະພາບເອີລົບ ເພີ່ມທະວີການລົງໂທດອີຣານ

ສະຫະພາບເອີລົບ ເພີ່ມທະວີການລົງໂທດອີຣານ - ảnh 1

(ພາບ:m.go.vn)

(TTX)- ວັນ​ທີ 15/10,  ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (EU) ​ໄດ້​ຮັບຮອງ​ເອົາ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ການ​ເງິນ ​ແລະ ການ​ຄ້າ​ໃໝ່​ທີ່​ມີ​ຕໍ່​ອີຣານ. ການ​ລົງ​ໂທດ​ໃໝ່​ນີ້​ມຸ້ງ​ໄປ​ເຖິງ​ບັນດາ​ທະນາຄານ​ຂອງ​ອີຣານ ກໍ່​ຄື​ດ້ານ​ການ​ຄ້າ ​ແລະ ການນຳ​ເຂົ້າອາຍ​ແກັດ​ຂອງ​ປະ​ເທດ​ນີ້. ຄຳ​ປະກາດ​ຂອງ​ສະຫະພາບ​ເອີ​ລົບ ​ໃຫ້​ຮູ້​ວ່າ: ຄຳ​ສັ່ງ​ປິດ​ລ້ອມ​ຊັບ​ສົມບັດ ​ແລະ ​ເກືອດຫ້າມ​ການ​ໄປມາ​ຈະ​ຖືກ​ນຳ​ໃຊ້​ສຳລັບ​ບັນດາ​ອົງການ​ຈັດຕັ້ງ ​ແລະ ສ່ວນ​ບຸກຄົນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັ​ດຕື່ມ​ອີກ, ພ້ອມ​ກັນນັ້ນສະພາ​ເອີ​ລົບ ກໍ່​ເກືອ​ດຫ້າມການ​ພົວພັນ​ແລກປ່ຽນ​ທຸກ​ຢ່າງ​ລະຫວ່າງ​ທະນາຄານ​ເອີ​ລົບ ​ແລະ ອີຣານ, ນັບ​ທັງ​ການ​ພົວພັນ​ແລກປ່ຽນ​ດ້ວຍ​ຈຸດປະສົງ​ມະນຸດສະທຳ. ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່​ທະນາຄານ​ສູນ​ກາງຂອງ​ອີຣານ ຈະ​ຖືກ​ເພີ່ມ​ທະວີ​ຂຶ້ນ ​ແລະ ມີ​ຜະລິດ​ຕະພັນ​ຂອງ​ອີຣານ ຕື່ມ​ອີກຫຼາຍ​ຢ່າງ​​​ຖືກ​ເກືອດ​ຫ້າມ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ