ສະຫະພາບເອີລົບຊອກຮູ້ກາລະໂອກາດຮ່ວມມືລົງທຶນຢູ່ເຂດທົ່ວພຽງແມ່ນຳ້ຂອງ

ສະຫະພາບເອີລົບຊອກຮູ້ກາລະໂອກາດຮ່ວມມືລົງທຶນຢູ່ເຂດທົ່ວພຽງແມ່ນຳ້ຂອງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30/9, ຢູ່​ນະຄອນ ​ເກິ່ນ​ເທີ, ຄະນະ​ປະຕິບັດ​ງານ​ສະຫະພາບ​ເອີ​ລົບ ​ໂດຍ​ທ່ານ​ນາງ Delphine Malard ທີ່​ປຶກສາ​ຜູ້​ທີ​ໜຶ່ງ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Delphine Malard ​ໃຫ້​ຮູ້​ວ່າການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ແມ່ນ​ເພື່ອ​ຊອກ​ຮູ້​ສະພາບ​ການ​ພັດທະນາ​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ. ​ພ້ອມ​ທັງ​ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະຫະພາບ ​ເອີ​ລົບ ກັບ ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື, ພັດທະນາ​ເສດຖະກິດ, ສັງຄົມ​ບັນດາ​ແຂວງ,​ນະຄອນ ລະຫວ່າງ ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ກັບ ສະຫະພາບ​ເອີ​ລົບ. ທີ່​ກາ​ນເຮັດ​ວຽກ, ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ກໍ່​ສະ​ເໜີ​ວ່າ​, ​ໄລຍະ​ຈະ​ມາ​ເຖິງ, ສະຫະພາບ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ຈະ​ໜູນ​ຊ່ວຍ​ບັນດາ​ແຂວງ, ນະຄອນ ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ.

ຂ່າວ/ບົດ​ອື່ນ