ສະຫະລັດ ອາຣັບ ເອມີເລັດ (UAE) ຕຳໜິຕິຕຽນ ກາຕາ ເມີນເສີຍຕໍ່ບັນຫາແກ່ນສານ

(VOVWORLD) - ວັນທີ 10 ກັນຍາ, ແຫຼ່ງຂ່າວຈາກພາກພື້ນໃຫ້ຂ່າວວ່າ, ພາຍຫລັງ ອາຮັບບິ ຊະອຸດິ ຖະແຫຼງຢຸດຕິທຸກການເຄື່ອນໄຫວເຈລະຈາກັບ ກາຕາ ພ້ອມທັງກ່າວຫາ ໂດຮາ “ບິດເບືອນຄວາມຈິງ”, 
ສະຫະລັດ ອາຣັບ ເອມີເລັດ (UAE) ຕຳໜິຕິຕຽນ ກາຕາ ເມີນເສີຍຕໍ່ບັນຫາແກ່ນສານ - ảnh 1 (ພາບປະກອບ)

ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລັດ (UAE) Anwar Mohammed Qarqash ໄດ້ພັນລະນາຄວາມບໍ່ລົງລອຍກັນລະຫວ່າງ ກາຕາ ແລະ ບັນດາປະເທດ ອາຣັບ ແມ່ນວິກິດການດ້ານການເມືອງແທ້ຈິງ. UAE ຖືວ່າ: ກາຕາ ພວມເມີນເສີຍຕໍ່ບັນຫາແກ່ນສານຂອງວິກິດການໃນປັດຈຸບັນ.

        ວິກິດການທາງການທູດເຂດອ່າວ ເປີເຊຍ ເກີດຂຶ້ນໃນເດືອນ ມິຖຸນາ 2017 ເມື່ອກຸ່ມ 4 ປະເທດ ອາຣັບ ແລະ ເຂດອ່າວ ເປີເຊຍ ຕັດສາຍພົວພັນທາງການທູດກັບ ກາຕາ,  ດ້ວຍຄຳກ່າວຫາວ່າປະເທດນີ້ ສະໜັບສະໜູນລັດທິກໍ່ການຮ້າຍ, ປະຕິບັດນະໂຍບາຍກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ ກໍ່ຄືມີການພົວພັນສະໜິດຕິດພັນກັບ ອີຣານ. ກາຕາ ປະຕິເສດທຸກຂໍ້ກ່າວຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ