ສະ​ຫະ​ລັດອາ​ເມລິ​ກາ ​ຍາມ​ໃດ​ກໍ່ຖື ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຢູ່​ພາກ​ພື້ນ

(VOVWORLD) -ຕອນບ່າຍວັນທີ 14 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ຕ້ອນຮັບຜູ້ຕາງໜ້າ ດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai ທີ່ກຳລັງມີການຢ້ຽມຢາມ, ເຮັດວຽກ ຢູ່ຫວຽດນາມ ແຕ່ວັນທີ 12 ເຖິງ 15 ກຸມພາ.
ສະ​ຫະ​ລັດອາ​ເມລິ​ກາ ​ຍາມ​ໃດ​ກໍ່ຖື ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຢູ່​ພາກ​ພື້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຕ້ອນຮັບຜູ້ຕາງໜ້າ ດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai (ພາບ: ເຢືອງຢາງ)

ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ສະຫະລັດ ອາເມລິກາ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແທດຈິງ, ໝັ້ນຄົງ, ເຂົ້າສູ່ລ່ວງເລິກ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ກັນ; ຊຸກຍູ້ເປີດກ້ວາງການຮ່ວມມືໃນບັນດາຂົງເຂດ ທີ່ມີຄວາມສາມາດບົ່ມຊ້ອນຫຼາຍ, ເຊັ່ນ: ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ກະສິກຳຍືນຍົງ, ການຫັນປ່ຽນພະລັງງານ ແລະ ຮັກສາສະພາບແວດລ້ອມ, ພ້ອມການແກ້ໄຂບັນດາບັນຫາໃນການພົວພັນເສດຖະກິດ, ການຄ້າ, ຈານັ້ນ ສ້າງເງື່ອນໄຂສະດວກໃຫ້ປະເພດສິນຄ້າສົ່ງອອກ ຂອງຫວຽດນາມ ເຂົ້າຕະຫຼາດ ສະຫາລັດອາເມລິກາ.

        ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານຟ້າມມິງຈີງ ໄດ້ຢືນຢັນ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ກັບສະຫະລັດອາເມລິກາ ແລະ ບັນດາພື້ນຖານເສດຖະກິດ ສະມາຊິກ APEC  ມຸ່ງໄປສູ່ຄວາມສຳເລັດຂອງ ປີ APEC  2023.

        ສ່ວນ ຜູ້ຕາງໜ້າ ດ້ານການຄ້າຂອງ ສະຫະລັດອາເມລິກາ ທ່ານນາງ Katherine Tai ຢືນຢັນວ່າ ສະຫະລັດອາເມລິກາ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ; ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າສອງຝ່າຍ, ເພີ່ມທະວີການແລກປ່ຽນກ່ຽວກັບແຮງງານ, ສະພາບແວດລ້ອມ, ການຄ້າດີຈີຕອນ, ກະສິກຳ ແລະ ຊັບສິນທາງປັນຍາ…

ຕອບກັບ

ຂ່າວ/ບົດ​ອື່ນ