ສະຫະລັດອາເມລິກາກຽມພ້ອມຊ່ວຍບັນດາປະເທດອາຊີຕາເວັນອອກສຽງໃຕ້ຕ້ານພວກກະບົດຫົວຮຸນແຮງ

ສະຫະລັດອາເມລິກາກຽມພ້ອມຊ່ວຍບັນດາປະເທດອາຊີຕາເວັນອອກສຽງໃຕ້ຕ້ານພວກກະບົດຫົວຮຸນແຮງ - ảnh 1
(ພາບປະກອບ)

(vovworld)- ໃນ​ວັນ​ທີ 4/7, ທ່ານ ພົນ​ຈັດ​ຕະ​ວາ Brian Hurley ກອງ​ທັບ​ເຮືອ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ​: Washington ​ມີ​ຄວາມວິ​ຕົກ​ກັງ​ວົນ ກ່ຽວ​ກັບບັນ​ດາເຫດບຸກ​ໂຈ​ມ​ຕີ ແລະ ຫຼອກ​ຈັບ​ຕົວບັນ​ດາ​ລູກ​ເຮືອ​ໃນ​ກຳ​ປັ່ນ​ ໂດຍ​ບັນ​ດາ​ພາກ​ສ່ວນ​ທີ່ຂື້ນ​ກັບ​ກຸ່​ມ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ Abu Sayyaf ຢູ່​ຟີ​ລິບ​ປິນ ​ດຳ​ເນີນ ຢູ່​ເຂດ​ທະ​ເລ​​ອາ​ຊີຕາ​ເວັນ​ອອກສຽງ​ໃຕ້, ພ້ອມ​ທັງ​​ຢືນຢັນ​ວ່າ: ພ້ອມ​ແລ້ວ​​ທີ່​ຈະ​ໜູນ​ຊ່ວຍຖ້າມີ​ຄວາມ​ຈຳ​ເປັນ. ທ່ານ​ພົນ​ຈັດ​ຕະ​ວາ Hurley ເນັ້ນ​ໜັກ​ວ່າ: ​ກອງ​ທັບ​ເຮືອ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ໄດ້​ສົມ​ທົບ​ກັບ​ບັນ​ດາ​ລັດ​ຖະ​ບານ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແນ​ໃສ່​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ຄວາມ​ປອດ​ໄພ ໃຫ້​ປະ​ຊາ​ຊົນໃນ​ເຂດນີ້ ແລະ ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​​ຄືແບບນີ້​ຕໍ່​ໄປ.

        ກ່ອນ​ໜ້ານັ້ນ, 3 ປະ​ເທດ​​ເຊິ່ງ​ລວ​ມ​ມີ ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ຟີ​ລິບ​ປີນ ໄດ້​ເຫັນ​ດ​ີ​ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ປະ​ຕິ​ບັດ, ໃນ​ນັ້ນ​ມີ ​ການ​ລາດ​ຕະ​ເວນ ບົນ​ທະ​ເລ ແລະ ທາງອາ​ກາດ, ກໍ່​ຄືກໍ່​ສ້າງ “ແນວ​ທາງ​ຜ່ານ​ແດນ” ຄື​ບັນ​ດາ​ເສັ້ນ​ທາງ​ທະ​ເລ ໄດ້​ຮັບ​ການ​ອອກ​ແບບ​ເພື່​ອ​ໃຫ້​ບັນ​ດາ​ກຳ​ປັ່ນ ຢູ່​ບັນ​ດາ​ເຂດ​​ຕິດ​ກັບ​ຊາຍ​ແດນທະ​ເລ ​ເພື່ອແນໃສ​​ຢຸດ​ຕິ​ກະ​ແສເຕືອນ​ໄພ ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ບຸກ​ໂຈມ​ຕີ ຂ້າມ​ຊາຍ​ແດນ ຂອງກຸ່ມ Abu Sayyaf ແລະ ບັນ​ດາ​​ພວກ​ກະ​ບົດ​ທີ່​ກ່ຽວ​ຂ້ອງ


ຂ່າວ/ບົດ​ອື່ນ