ສະ​ຫະສະ​ມາ​ຄົມ ນັກ​ທຸ​ລະ​ກິດ ແລະ ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ​ສ້າງ​ຕັ້ງ ສາ​ຂາ​ສະ​ມາ​ຄົມໃໝ່

(VOVWORLD) -ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ເຊີອູນ (ປະເທດ ສ.ເກົາຫຼີ), ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງສ້າງຕັ້ງ ສາຂາສະມາຄົມ ນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຢູ່ ເຂດ Gyeonggi ເອີ້ນຫຍໍ້ວ່າ ສາຂາສະມາຄົມ Gyeonggi - ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ການລົງທຶນ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ສະ​ຫະສະ​ມາ​ຄົມ ນັກ​ທຸ​ລະ​ກິດ ແລະ ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ​ສ້າງ​ຕັ້ງ ສາ​ຂາ​ສະ​ມາ​ຄົມໃໝ່ - ảnh 1ພິທີເປີດຕົວ ສາຂາສະມາຄົມໃໝ່ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ເຈິນຫ໋າຍລິງ ປະທານ ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໃຫ້ຮູ້ວ່າ ເປົ້າໝາຍລວມຂອງສະຫະສະມາຄົມບໍ່ພຽງແຕ່ແນໃສ່ຍູ້ແຮງການສົ່ງເສີມລົງທຶນລະຫວ່ງບັນດາວິສາຫະກິດ ຫວຽດນາມ ແລະ ສ.ເກົາຫຼີເທົ່ານັ້ນ ແຕ່ຍັງເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຢີ, ກໍ່ຄືນຳໃຊ້ມາດຕະຖານເຕັກໂນໂລຢີຂອງ ສ.ເກົາຫຼີເຂົ້າບັນດາຜະລິດຕະພັນກະເສດຂອງ ຫວຽດນາມ, ເພື່ອແນໃສ່ຮັບປະກັນເງື່ອນໄຂ ນຳເອົາຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ ແລະ ບັນດາຕະຫຼາດອື່ນໆອີກ. ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ປາດຖະໜາວ່າ ໃນໄລຍະຈະມາເຖິງຈະເປີດກ້ວາງເຄືອຂ່າຍ ສາຂາສະມາຄົມໃນທົ່ວ ສ.ເກົາຫຼີ ພ້ອມທັງຄາດວ່າຈະເປີດຕົວບັນດາ ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ຫວຽດນາມ ໃນເດືອນ ມັງກອນ - ກຸມພາ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ