ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ວາງເປົ້າໝາຍບຸກທະລຸເພື່ອພັດທະນາການທ່ອງທ່ຽວ

(VOVWORLD) - ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວໃຫ້ເໝາະສົມກັບໄລຍະໃໝ່; ຍູ້ແຮງການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ; ແນະນຳນະໂຍບາຍໃໝ່ກ່ຽວກັບການກຳນົດ ການເຂົ້າ - ອອກເມືອງຂອງ ຫວຽດນາມ ຢູ່ຕ່າງປະເທດ
ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ວາງເປົ້າໝາຍບຸກທະລຸເພື່ອພັດທະນາການທ່ອງທ່ຽວ - ảnh 1ການເຮັດວຽກຂອງ ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ
(ພາບ:Huyền Trang/VOV)

ວັນທີ 5 ກໍລະກົດ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ຈັດ ກອງປະຊຸມ “ຜັນຂະຫຍາຍມະຕິເລກທີ 82 ຂອງລັດຖະບານ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງທ່ອງທ່ຽວ ຫວຽດນາມ (ວັນທີ 9 ກໍລະກົດ), ດ້ວຍເປົ້າໝາຍເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງໃນຂະແໜງ ແລະ ວາງອອກໜ້າທີ່, ມາດຕະການຍູ້ໄວການຟື້ນຟູ, ເພີ່ມການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເປັນເອກະພາບການປະຕິບັດບັນດາໜ້າທີ່ຄື: ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວໃຫ້ເໝາະສົມກັບໄລຍະໃໝ່; ຍູ້ແຮງການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ; ແນະນຳນະໂຍບາຍໃໝ່ກ່ຽວກັບການກຳນົດ ການເຂົ້າ - ອອກເມືອງຂອງ ຫວຽດນາມ ຢູ່ຕ່າງປະເທດ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ. ທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຖືວ່າ:

        “ຄວາມຫຍຸ້ງຍາກທີ່ສຸດແມ່ນນະໂຍບາຍກ່ຽວກັບວີຊາ ແຕ່ກໍ່ໄດ້ຮັບການແກ້ໄຂ. ເຖິງຢ່າງໃດກໍ່ຕາມ, ນັ້ນແມ່ນເງື່ອນໄຂເທົ່ານັ້ນ. ເງື່ອນໄຂຢ່າງພຽງພໍເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ມີຄວາມດຶງດູດກ່ວາ, ຍົກສູງລັກສະນະແກ່ງແຍ້ງ, ກໍ່ຄືສ້າງກຳລັງດຶງດູດຢ່າງແຮງກ່ວາຈາກຕະຫຼາດທ່ອງທ່ຽວສາກົນ ແມ່ນຕ້ອງມີບັນດາມາດຕະການຄົບຊຸດກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ