ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ຈັດລາຍການ “ບຸນເຕັດແຫ່ງນ້ຳໃຈມິດຕະພາບ”

ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ຈັດລາຍການ “ບຸນເຕັດແຫ່ງນ້ຳໃຈມິດຕະພາບ” - ảnh 1
ລາຍການ “ບຸນ​ເຕັດ​ແຫ່ງ​ນ້ຳ​ໃຈ​ມິດຕະພາບ”
(ພາບ: qdnd.vn)

(vovworld) – ​ເພື່ອ​ໃຫ້​ຄົນ​ທຸກ​ຍາກຕ້ອນຮັບ​ບຸນ​ເຕັດ​ຢ່າງອົບ​ອຸ່ນ ​ແລະ ມ່ວນ​ຊື່ນ, ວັນ​ທີ 06/02, ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຮ່າ​ໂນ້ຍໄດ້​ສົມທົບ​ກັບ​ບັນດານັກ​ອຸປະຖຳ​ຈັດ​ຕັ້ງ​ລາຍການ​ມອບຂອງຂວັນ​ບຸນ​ເຕັດທີ່​ມີ​ຊື່ວ່າ “ບຸນ​ເຕັດ​ແຫ່ງ​ນ້ຳ​ໃຈ​ມິດຕະພາບ” ຢູ່​ຕາ​ແສງ ອານ​ຟຸ໋, ​ເມືອງ​ໝີ້ດຶກ, ນະຄອນ​ຮ່າ​ໂນ້ຍ. ລາຍ​ການຄັ້ງ​ນີ້​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະຖານ​ທູດ​ບັນດາ​ປະ​ເທດ ​ໂຣມາ​ນີ ​ແລະ ​ເມກ​ຊີ​ກໂກ. ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍນຳ​ເອົາບຸນ​ເຕັດ ​ແລະ ຄວາມ​ມ່ວນ​ຊື່ນ​​ນຳໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ນະ​ໂຍບາຍ​ເທົ່າ​ນັ້ນ, ຫາກ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຍັງ​ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. 40 ຄອບຄົວ​ຂອງ​ຕາ​​ແສງ​ອານ​ຟຸ໋ ​ໄດ້​ຮັບ​ຂອງຂວັນ​ດ້ວຍ​ຈາກ​ລາຍການ​ໃຈບຸນ​ໃຈ​ກຸສົນ “ບຸນ​ເຕັດ​ແຫ່ງ​ນ້ຳ​ໃຈ​ມິດຕະພາບ”  ດ້ວຍຍອດ​ມູນ​ຄ່າ 800.000 ດົງ/ຄອບຄົວ. ນອກຈາກ​ນັ້ນ, ຄະນະ​ຈັດ​ຕັ້ງ​ຍັງ​ມອບ​ຜ້າ​ຫົ່ມ 100 ຜືນ ​ແລະ ຂອງຂວັນ 50 ພູດ​ໃຫ້​ໂຮງຮຽນ​ອະນຸບານ​ຕາ​ແສງ​ອານ​ຟຸ໋ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ