ສະຫະສະມາຄົມວິສາຫະກິດຊອບແວ ຫວຽດນາມ ອອກສານປີ 2012

ສະຫະສະມາຄົມວິສາຫະກິດຊອບແວ ຫວຽດນາມ ອອກສານປີ 2012 - ảnh 1
ພາບປະກອບ
(ພາບ:congly.vn)

( vovworld ) – “ການຮັກສາ​ຊັບພະຍາກອນ​ມະນຸດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນລະຫວ່າງ​ບັນດາ​ວິ​ສາ​ຫະກິດ“ ​ແມ່ນ​ສານ​ປີ 2012 ຂອງສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຫວຽດນາມ (VINASA) ຫາ​ກໍ່​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຫວ່າງ​ແລ້ວ​ນີ້. VINASA ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ, ບັນດາ​ວິ​ສາ​ຫະກິດ ຈົ່ງ​ພ້ອມກັນ​ຮ່ວມ​ມື, ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ໃນ​ປີ 2012, ກຽມພ້ອມ​​ໃຫ້​ບັນດາ​ກາລະ​ໂອກາດ​ພັດທະນາ. ພາລະ​ກຳ​ຂອງ VINASA ​ແມ່ນ​ຮ່ວມ​ສຳພັນ, ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ບັນດາ​ສະມາຊິກ​ພ້ອມ​ກັນ​ພັດທະນາ, ປະກອບສ່ວນ​ປະຕິບັດ​ສຳ​ເລັດຈຸດໝາຍ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ປີ 2020 ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ