ສະເຫນີຕົວກອງທຶນຫນູນຊ່ວຍການຕ່າງປະເທດປະຊາຊົນ

ສະເຫນີຕົວກອງທຶນຫນູນຊ່ວຍການຕ່າງປະເທດປະຊາຊົນ - ảnh 1
ພາບ​ປະ​ກອບ:internet

(vovworld)- ທີ່​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ກອງ​ທຶນ​ຫນູນ​ຊ່ວຍ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7 ຢູ່ ຮ່າ​ໂນ້ຍ, ທ່ານ ດົນ​ຕວນ​ຟອງ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິ​ການ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຕາງ​ຫນ້າ​ໃຫ​້​ສະ​ພາ​ຄຸ້ມ​ຄອງກອງ​ທຶນ​ດັ່ງ​ກ່າວ​ໄດ້​ເນັ້ນ​ຫນັກ​ວ່າ: ​ເມື່ອກອງ​ທຶນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ສາ​ກົນ, ອົງ​ການ​ປະ​ຊາ​ຊົນ ຈະ​ມີ​ເຄື່ອງ​ມື​ຕື່ມ​ອີກ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ເວົ້າ​ລວມ, ໃນ​ນັ້ນ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ, ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ປະ​ຊາ​ຊົນ, ການ​ຮ່ວມ​ມື​​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານລະ​ຫວ່າງຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ. ທ່ານ Marko Lovrekovic, ຜູ້​ອຳ​ນວຍ​ການ​ສູນ​ຖານ​ຂໍ້​ມູນບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ​ໄດ້​ເນັ້ນ​ຫນັກ​ວ່າ:

        “ພິ​ທີ​ສະ​ເຫນີ​ຕົວ​ກອງ​ທຶນ​ຫນູນ​ຊ່ວຍ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ເປັ​ນ​ຂີດ​ໝາຍ​ໃຫມ່​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ນີ້​ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ເພື່ອ​ສ້າງ​ຕັ້ງກອງ​ທຶນ​ດັ່ງ​ກ່າວ. ພວກ​ຂ​້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ແຫລ່ງ​ກຳ​ລັງ​ເພື່ອເຮັດ​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​​ຕໍ່ບັນ​ດາ​ການ​ເຄື່ອນ​ໄຫວ​ສາ​ມັກ​ຄີ​ປະ​ຊາ​ຊົນ​ຂອງ ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​​ມິດ​ຕະ​ພາບ ຫວຽດ​ນາມ ຢູ່​ຫວຽດ​ນາມ ແລະ ຢູ່ບັນ​ດາ​ປະ​ເທດ​ອື່ນ​ໃນ​ໂລກເປັນ​ຫລາຍຮູບ​ຫລາຍ​ແບບ.”

ຂ່າວ/ບົດ​ອື່ນ