ສະເຫນີຕົວປື້ມຫົວທີ 3 ກ່ຽວກັບປະທານໂຮ່ຈິມີນ ຢູ່ ການາດາ

(VOVWORLD) -ຢູ່ ນະຄອນ ໂຕຣົນໂຕ ປະເທດ ການາດາ ຫາກໍ່ດຳເນີນພິທີສະເຫນີຕົວປື້ມຫົວໃຫມ່ກ່ຽວກັບປະທານໂຮ່ຈິມີນ ຂອງ ປອ ຫງວຽນດາຍຈາງ ທັງເປັນປະທານຮ່ວມສະຫະສະມາຕົມ ການາດາ ຫວຽດນາມ, ສະມາຊິກ ສະພາການຄ້າ ການາດາ ຫວຽດນາມ. 
ສະເຫນີຕົວປື້ມຫົວທີ 3 ກ່ຽວກັບປະທານໂຮ່ຈິມີນ ຢູ່ ການາດາ - ảnh 1 ປື້ມຫົວທີ 3 ກ່ຽວກັບປະທານໂຮ່ຈິມີນ 

ນີ້ ແມ່ນປື້ມຫົວທີ 3 ຂອງ ປອ ຫງວຽນດາຍຈາງ ກ່ຽວກັບປະທານໂຮ່ຈິມີນ ມີຄວາມຫນາ 236 ຫນ້າ ດ້ວຍ 3 ພາສາຄື: ອັງກິດ, ຝລັ່ງ ແລະ ຫວຽດນາມ ແມ່ນເຕົ້າໂຮມບັນດາບົດຂຽນຂອງປະທານໂຮ່ຈິມີນກ່ຽວກັບສັນຕິພາບ, ປະຊາທິປະໄຕ ແລະ ຄວາມສະເຫມີພາບລະຫວ່າງຍິງຊາຍ. ປອ ຫງວຽນດາຍຈາງ ໃຫ້ຮູ້ວ່າ: ເອື້ອຍໄດ້ສຸມຈິດສຸມໃຈຈົນສຸດຄວາມສາມາດຂອງຕົນເພື່ອສຳເລັດປື້ມຫົວທີ 3 ນີ້ ແລະ ການເລືອກເຟັ້ນຫົວເລື່ອງກ່ຽວກັບສັນຕິພາບ, ປະຊາທິປະໄຕ ແລະ ຄວາມສະເຫມີພາບລະຫວ່າງຍິງ ຊາຍ ເພື່ອນຳເຂົ້າປື້ມຫົວນີ້ກໍ່ຍ້ອນວ່າ ນີ້ ແມ່ນບັນດາແນວຄວາມຄິດໂດຍທ່ານປະທານໂຮ່ຈິມີນ ຖືເປັນສຳຄັນ ເມື່ອເພີ່ນຍັງມີຊີວິດ ແລະ ມາຮອດປະຈຸບັນ ຍັງສືບຕໍ່ມີຄຸນຄ່າເໝືອນເດີມ. ປອ ຫງວຽນດາຍຈາງ ປາດຖະຫນາວ່າ ປື້ມຫົວນີ້ ຈະຊ່ວຍໃຫ້ຊາວຕ່າງປະເທດ ມີຄວາມເຂົ້າໃຈກ່ຽວກັບປະທານໂຮ່ຈິມີນ ແລະ ບັນດາມໍລະດົກຂອງເພີ່ນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ