ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ UNESCO ຮັບ​ຮອງ​ເອົາ​ເພງ​ພື້ນ​ເມື​ອງ ກວານເຫາ​ະ, ກາ​ຈູ່ ​ເປັນ​ມ​ໍ​ລະ​ດົກ​ວັ​ດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖ​ຸ

(VOVWORLD) -ຕອນຄ່ຳວັນທີ 7 ກັນຍາ, ຢູ່ແຂວງບັກຢາງໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນ UNESCO ຮັບຮອງເອົາເພງພື້ນເມືອງ ກວານເຫາະ, ກາຈູ່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມະນຸດ ແລະ ພິທີມອບນາມມະຍົດ “ສິລະປະກອນປະຊາຊົນ”, “ສິລະປະກອນດີເດັ່ນ” ໃນຂົງເຂດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸປີ 2019.
ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ UNESCO ຮັບ​ຮອງ​ເອົາ​ເພງ​ພື້ນ​ເມື​ອງ ກວານເຫາ​ະ, ກາ​ຈູ່ ​ເປັນ​ມ​ໍ​ລະ​ດົກ​ວັ​ດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖ​ຸ - ảnh 1

ພິທີສະເຫຼີມສະຫຼອງ10 ປີແຫ່ງວັນເພງພື້ນເມືອງ ກວານຫໍ້, ກາຈູ ໄດ້ UNESCO ຮັບຮອງເອົາເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ (ພາບ: vanhoa.vn)

ພາຍຫຼັງ 10 ປີ ທີ່ເພງພື້ນເມືອງກວານເຫາະ, ກາຈູ່ ບັກຢາງ ໄດ້ ຮັບການເຊີດຊູຈາກ UNESCO (2009 - 2019), ແຂວງບັກຢາງໄດ້ປະຕິບັດບັນດາຄຳໝັ້ນສັນຍາຕໍ່ UNESCO ວ່າຈະ ຕັ້ງໜ້າຮັກສາ, ປັບປຸງຄຸນຄ່າມໍລະດົກ, ເພື່ອໃຫ້ ກວານເຫາະ, ກາຈູ່ ໄດ້ຮັບການແຜ່ລາມ ແລະ ຍືນຍົງຄົງຕົວ. ທີ່ພິທີສະເຫຼີມສະຫຼອງ, ມີ ໝູ່ຄະນະ 26 ຄະນະ, ສ່ວນບຸກຄົນ 9 ຄົນໄດ້ຮັບໃບຍ້ອງຍໍຈາກປະທານຄະນະກຳມະການປະຊາຊົນແຂວງ ຍ້ອນວ່າມີຜົນງານດີເດັ່ນເຂົ້າໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່່າເພງພື້ນເມືອງ ກວານເຫາະ, ກາຈູ່ ໄລຍະປີ 2009 – 2019. ໃນໄລຍະຈະມາເຖິງ, ແຂວງບັກຢາງ ຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ, ອຳນາດການປົກຄອງທຸກຂັ້ນ, ນັກຄຸ້ມຄອງກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າເພງພື້ນເມືອງກວານເຫາະ, ກາຈູ່, ແຜ່ຂະຫຍາຍບັນດາຄຸນຄ່າຂອງ ເພງພື້ນເມືອງກວານເຫາະ, ກາຈູ່ໄປຍັງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ