ສະເຫຼີມສະຫຼອງ 10 ແຫ່ງການປ້ອງກັນ, ຕ້ານ ໂລກລະບາດ SARS

ສະເຫຼີມສະຫຼອງ 10 ແຫ່ງການປ້ອງກັນ, ຕ້ານ ໂລກລະບາດ SARS - ảnh 1
ການພົບປະແລກປ່ຽນທີ່ພິທີສະເຫຼີມສະຫຼອງ

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 25/4, ຢູ່ ຮ່າ​ໂນ້ຍ, ກະຊວງ​ສາ​ທາ​ລະນະ​ສຸກ ຫວຽດນາມ ​ແລະ ອົງການ​ອະນາ​ໄມ​ໂລກ (ຫຼື WHO) ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ປ້ອງ​ກັນ, ຕ້ານ ​ໂລກລະບາດ SARS ສຳ​ເລັດ​ຜົນ. ກ່າວ​ຄຳ​ເຫັນ​ນະ​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ​ຮອງປະທານ​ປະ​ເທດ ຫວຽດນາມ ຫງວຽນທິຢວານ ​ຕີ​ລາຄາ​ສູງ​ການ​ບື່ນຕົວ​ຂຶ້ນ ​ແລະ ​ການ​ເຕີບ​ໃຫຍ່​ຂອງ​ຂະ​ແໜງ​ສາທາລະນະ​ສຸກ ຫວຽດນາມ ​ໃນ​ການເຄື່ອນ​ໄຫວ​ຕ້ານ​ໂລກລະບາດ SARS, ພ້ອມ​ທັງຢັ້ງຢືນວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ຍາມ​ໃດ​ກໍ່​ມີ​ຄວາມ​ຮັບຜິດ​ຊອບ​ສູງ​ຕໍ່​ວົງ​ຄະນະ​ຍາດ ​ແລະ ສາກົນ​ໃນ​ການ​ປ້ອງ​ກັນ, ຕ້ານ​​ໂລກລະບາດ, ທ່ານ​ນາງ​ຮອງປະທານ​ປະ​ເທດ ກໍ່ສະ​ເໜີ​ໃຫ້​ຂະ​ແໜງ​ສາທາລະນະ​ສຸກ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໃຫ້​ດີ​ກ່ວາ​ອີກ, ພິ​ເສດ​ແມ່ນ​ບັນດາ​ພະຍາດ​ທີ່​ອັນຕະລາຍຄື: ​ໄຂ້ຫວັດ AH5N1, ​ໄຂ້ຫວັດ A/H7N9 ທີ່​ພວມ​ຜັນ​ແປ່​ໄປ​ຢ່າງ​ສັບສົນ​ໃນ​ປະຈຸ​ບັນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ​ເນັ້ນ​ໜັກ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ສາທາລະນະ​ສຸກ​ຖອດ​ຖອນ​ບັນດາ​ບົດຮຽນ​ຜ່ານ​ເຫດການ​ນີ້ ​ເພື່ອ​ນຳ​ໃຊ້​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໃນ​ປະຈຸ​ບັນ. ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ໄດ້​ວາງ​ອອກ, ຂະ​ແໜງ​ສາທາລະນະ​ສຸກ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​​ປ້ອງ​ກັນ, ຕ້ານ​ໂລກລະບາດ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ, ​​ອົງການ​ປະຕິບັດ​ການ​ຕິດຕາມ​ກວດກາ, ພົບ​ເຫັນ​​​ໂດຍ​ໄວ, ​ເປີດ​ກ້ວາງລະບົບ​ປິ່ນປົວ​ໃຫ້​ຄົນ​ເຈັບ. ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ແຫຼ່ງຢາ, ​ທາດເຄມີ, ອຸປະກອນ​ ກໍ່​ຄື​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກລະບາດ, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ ​ເຊິ່ງ​ພັກ, ລັດ ​ແລະ ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້​ຢ່າງ​ມ​ີ​ໄຊ.”

 

ຂ່າວ/ບົດ​ອື່ນ