ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດອະດີດປະທານສະພາລັດຖະມົນຕີ Pham Hung

ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດອະດີດປະທານສະພາລັດຖະມົນຕີ Pham Hung - ảnh 1
​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ​
ອະ​ດີດປະທານ​ສະພາ​ລັດຖະມົນຕີ Pham Hung
( ພາບ: cpv.org.vn )


( vovworld ) -   ວັນ​ທີ 11/6, ຢູ່​ແຂວງ​ຫວິງ​ລອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ ສສ ຫວຽດນາມ,​ ລັດຖະບານ ສສ ຫວຽດນາມ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ແຂວງ​ຫວິງ​ລອງ ​ໄດ້​ຈັດ​ພິທີ “ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ​ອະ​ດີດປະທານ​ສະພາ​ລັດຖະມົນຕີ Pham Hung” ( 11/6/1912 – 11/6/2012 ) ຂຶ້ນຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງມີ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ອະດີດ​ປະທານ​ປະ​ເທດ Nguyen Minh Triet, ອະ​ດີດນາ​ຍົກ​ລັດຖະມົນຕີ Phan Van Khai… ກ່າວ​ຄຳ​ເຫັນ​ນະພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ.

“ອະດີດປະທານ​ສະພາ​ລັດຖະມົນຕີ Pham Hung ຍາມ​ໃດ​ກໍ່​ສະ​ແດງ​ໃຫ້​ເຫັນ​ແມ່ນ​ນັກຮົບ​ກອມ​ມູນິດທີ່​ອົງອາດ​ກ້າຫານ, ຈົງ​ຮັກ​ພັກດີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ,  ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້​ເສຍສະຫຼະ​ຊີວິດ​ເພື່ອ​​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ດ້ວຍ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງ, ກວາງ​ຂວາງ ​ແລະ ຈີນ​ຕະນາ​ການ​ວິທະຍາສາດ​ທີ່​ມີ​ໄຫວ​ພິບ, ອະດີດ​ປະທານສະພາ​ລັດຖະມົນຕີ Pham Hung​ ​ໄດ້​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ແລະ ໝູນ​ໃຊ້​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ການ​ຕໍ່ຕ້ານ​ຕ້ານ​ສັດຕູ​ຕ່າງ​ດ້າວສອງ​ຄັ້ງ​ຂອງ​ຊາດ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

ການ​ອຸທິດ​ສ່ວນ​ຂອງອະດີດປະທານ​ສະພາ​ລັດຖະມົນຕີ Pham Hung ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ​່ໄວ​ໜຸ່ມ ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​​ໃຈ​ກ້າຫານ, ບໍ່​ຍອມ​ຈຳນົນ, ບໍ່​ວາດ​ຫວັ່ນຕໍ່​ຄວາມທຸກ​ຍາກ​ລຳບາກ ການ​ເສຍສະຫຼະ. ອ້າຍ Nguyen Minh Dung, ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ​ຫວິ​ງ ລອງ, ​ໄດ້​ສະ​ແດງຄວາມ​ຕັດສິນ​ໃຈ​ວ່າ.

“​ໃນ​ບັນຍາ​ການ​ອັນ​ເຄັ່ງ​ຂຶມຂອງ​ພິທີ​ສຳຄັນ​ນີ້, ຕາງໜ້າ​ໃຫ້​ໄວ​ໜຸ່ມ​ຫວຽດນາມ ​ແລະ ​ໄວ​ໜຸ່ມ​ ຫວິ​ງລອງ, ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ຕັ້ງໜ້າ​ຮໍ່າຮຽນ​ຕາມ​ແບບຢ່າງ​ຂອງ​ລຸງ Pham Hung; ຕັດສິນ​ໃຈ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ​ເຂົ້າຮ່ວມ​ບັນດາ​ຂະ​ບວນການ​ແຂງ​ຂັນ​ອາສາ​ສະໝັກຂອງ​ຊາວ​ໜຸ່ມ​ໃນ​ທຸກຂົງ​ເຂດ, ປະຈັນບານ ຮັບ​ບັນດາ​ໜ້າ​ທີ່​ຫຍຸ້ງຍາກ, ພ້ອມ​ແລ້ວ​ທີ່​ຈະ​ໄປ​ທຸກ​ແຫ່ງ​​ເຊິ່ງພັກ ​ແລະ ລັດ​ມີ​ຄວາມ​ຕ້ອງການ”.

ຂ່າວ/ບົດ​ອື່ນ