ສະເຫຼີມສະຫຼອງ 100 ປີແຫ່ງວັນປະທານ ໂຮ່ຈີມີນ ມານະຄອນ Vladivostok, ລັດເຊຍ ເປັນຄັ້ງທຳອິດ

(VOVWORLD) - ປະທານ ໂຮ່ຈີມິນ ແມ່ນຜູ້ກໍ່ຕັ້ງໃຫ້ແກ່ສາຍພົວພັນມິດຕະພາບອັນດີງາມ ຫວຽດນາມ - ສະຫະພາບ ໂຊວຽດ ໃນເມື່ອກ່ອນ ແລະ ຫວຽດນາມ - ສະຫະພັນລັດເຊຍ ໃນປະຈຸບັນ.
ສະເຫຼີມສະຫຼອງ 100 ປີແຫ່ງວັນປະທານ ໂຮ່ຈີມີນ ມານະຄອນ Vladivostok, ລັດເຊຍ ເປັນຄັ້ງທຳອິດ - ảnh 1(ບັນດາຜູ້ແທນເຂົ້າຮ່ວມພິທີ)

        ຕອນຄ່ຳວັນທີ 20 ພຶດສະພາ, ຢູ່ນະຄອນ Vladivostok, ສະຫະພັນ ລັດເຊຍ, ສະຖານກົງສູນ ຫວຽດນາມ ປະຈຳ Vladivostok ໄດ້ຈັດພິທີສະເຫຼີມສະຫຼອງ 100 ປີແຫ່ງວັນ ໂຮ່ຈີມິນ ມານະຄອນ Vladivostok (1924 – 2024) ເປັນຄັ້ງທຳອິດ.

        ເຂົ້າຮ່ວມພິທີມີທ່ານ ຫງວຽນດັງຮ່ຽນ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ Vladivostok; ຜູ້ຕາງໜ້າກະຊວງການຕ່າງປະເທດ ລັດເຊຍ; ຜູ້ຕາງໜ້າສະມາຄົມມິດຕະພາບເຂດ Primorye ພ້ອມກັບຊາວ ຫວຽດນາມ ອາໄສຢູ່ ລັດເຊຍ ແລະ ບັນດາຊາວ ລັດເຊຍ ທີ່ຮັກຫອມ ຫວຽດນາມ ເປັນຈຳນວນຫຼວງຫຼາຍ…

        ທີ່ພິທີ, ບັນດາຄຳເຫັນກ່າວປາໄສຂອງຜູ້ຕາງໜ້າ 2 ປະເທດລ້ວນແຕ່ຢືນຢັນວ່າ, ປະທານ ໂຮ່ຈີມິນ ແມ່ນຜູ້ກໍ່ຕັ້ງໃຫ້ແກ່ສາຍພົວພັນມິດຕະພາບອັນດີງາມ ຫວຽດນາມ - ສະຫະພາບ ໂຊວຽດ ໃນເມື່ອກ່ອນ ແລະ ຫວຽດນາມ - ສະຫະພັນລັດເຊຍ ໃນປະຈຸບັນ. ເນື່ອງໃນໂອກາດນີ້, ຢູ່ໂຮງແຮມ Versailles, ສະຖານກົງສູນ ຫວຽດນາມ ໄດ້ວາງສະແດງພາບຖ່າຍຈຳນວນໜຶ່ງກ່ຽວກັບຊີວິດການເຄື່ອນໄຫວຂອງປະທານ ໂຮ່ຈີມິນ, ກໍຄືສາຍພົວພັນມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ