ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດພົນເອກ ຫວໍງວຽນຢາບ: ແງ່ມູນສັງເກດຂອງຊາວ ໂອຕາລິດ ທ່ານໜຶ່ງ

(VOVWORLD) -ປະຈຸບັນ, ໂອຕາລິດ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືສາກົນ. ການຄ້າ 2 ສົ້ນລະຫວ່າງ 2 ປະເທດນັບມື້ນັບພັດທະນາ ດ້ວຍວົງເງິນນຳເຂົ້າຂອງ ໂອຕາລິດ ສຳລັບບັນດາຜະລິດຕະພັນຂອງຫວຽດນາມ ຂຶ້ນເຖິງ 1 ຕື້ເອີໂຣ/ປີ.
ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດພົນເອກ ຫວໍງວຽນຢາບ: ແງ່ມູນສັງເກດຂອງຊາວ ໂອຕາລິດ ທ່ານໜຶ່ງ - ảnh 1(ທ່ານປະລິນຍາໂທ ດ້ານພົວພັນກັບສາກົນ Patrick Horvath)

ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດພົນເອກ ຫວໍງວຽນຢາບ (25 ສິງຫາ 1911 – 25 ສິງຫາ 2021), ທ່ານປະລິນຍາໂທ ດ້ານພົວພັນກັບສາກົນ Patrick Horvath ສະຫະສະມາຄົມຄົ້ນຄວ້າກ່ຽວກັບນະໂຍບາຍວິທະຍາສາດ (WIWIPOL), ສ.ໂອຕາລິດ, ໄດ້ມີບົດຂຽນສະແດງຄວາມເດດດ່ຽວກ້າຫານ ແລະ ຈິນຕະນາການຍຸດທະສາດຢອດຢ້ຽມຂອງທ່ານພົນເອກ ຫວໍງວຽນຢາບ ໃນສົງຄາມຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ຈັດກະພັດ ອາເມລິກາ ຂອງປະຊາຊົນ ຫວຽດນາມ.

ໃນບົດຂຽນ, ທ່ານປະລິນຍາໂທ Patrick Horvath ໄດ້ແນະນຳກ່ຽວກັບຊາວ ໂອຕາລິດທ່ານໜຶ່ງ ທີ່ໄດ້ຮຽງບ່າຮຽງໄລ່ຕໍ່ສູ້ພ້ອມກັບທ່ານພົນເອກ ຫວໍງວຽນຢາບ, ນັ້ນແມ່ນທ່ານ Ernst Frey (1915-1994),  ເຊິ່ງມີນາມແຝງ ຫງວຽນເຢິນ. ທ່ານ Ernst Frey ແມ່ນສະມາຊິກພັກກອມມູນິດເຊື້ອຊາດຊາວ ຢິວ ຕ້ອງລົບລີ້ອອກຈາກລະບອບພະເດັດການຢູ່ ໂອຕາລິດ ຍ້ອນສາຍເຫດດ້ານການເມືອງ, ທ່ານ Ernst Frey ໄດ້ເຂົ້າຮ່ວມຂະບວນການກອມມູນິດ ແລະ ຫວຽດມິງ ຢູ່ຫວຽດນາມ, ເຄີຍໄດ້ເລື່ອນຊັ້ນເປັນພັນເອກ ຕາມຄຳສັ່ງຂອງທ່ານພົນເອກ ຫວໍງວຽນຢາບ ຍ້ອນມີຜົນງານດ້ານການທະຫານ.

ປະຈຸບັນ, ໂອຕາລິດ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືສາກົນ. ການຄ້າ 2 ສົ້ນລະຫວ່າງ 2 ປະເທດນັບມື້ນັບພັດທະນາ ດ້ວຍວົງເງິນນຳເຂົ້າຂອງ ໂອຕາລິດ ສຳລັບບັນດາຜະລິດຕະພັນຂອງຫວຽດນາມ ຂຶ້ນເຖິງ 1 ຕື້ເອີໂຣ/ປີ. ສຳລັບຂະແໜງອຸດສາຫະກຳພັດທະນາສູງ, ໂອຕາລິດ ມີຄວາມສາມດບົ່ມຊ້ອນກາຍເປັນນັກລົງທຶນສຳຄັນຢູ່ ຫວຽດນາມ ໃນອະນາຄົດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດພົນເອກ ຫວໍຫງວຽນຢາບ, ທ່ານປະລິນຍາໂທ Patrick Horvath ປາດຖະໜາວ່າ ໂອຕາລິດ ແລະ ຫວຽດນາມ ຈະພ້ອມກັນແບ່ງປັນໃນອະຄົດແຫ່ງຄວາມເສລີ, ສັນຕິພາບ ແລະ ມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ