ສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍ ວັນເກີດປະທານໂຮ່ຈິມິນ ຢູ່ລາວ ແລະ ກຳປູເຈຍ

ສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍ ວັນເກີດປະທານໂຮ່ຈິມິນ ຢູ່ລາວ ແລະ ກຳປູເຈຍ - ảnh 1
ໂຮງຮຽນ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດປະທານ​ໂຮ່ຈິ​ມິນ
(ພາບ: vietnamplus.vn)


(vovworld) –  ວັນ​ທີ 16/05, ສະມາຄົມ​ຊາວ​ກຳປູ​ເຈຍ ​ເຊື້ອ​ຊາດ​ຫວຽດນາມ ຢູ່​ນະຄອນຫຼວງ​ພະນົມ​ເປັນ ​ໄດ້​ຈັດ​ພິທີ​​ໂຮມ​ຊຸມນຸມມິດ​ຕິງ​​ເພື່ອ​ສະ​ເຫຼີ​ມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (19/05/1890 – 19/05/2014) ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະມາຄົມ​ຊາວກຳປູ​ເຈຍ ​ເຊື້ອ​ຊາດ​ຫວຽດນາມ ນະຄອນຫຼວງ​ພະນົມ​ເປັນ ຮີນ​ມິນ​ຟຸ໋ ​ໄດ້​ທົບ​ທວນຄືນ​ຊີ​ວິດ​ການ​ເຄື່ອນ​ໄຫວ ​ແລະ ບັນດາ​ຄຸນງາມຄວາມດີ​ອັນ​ໃຫຍ່ຫຼວງ​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ຍິ່ງ​ໃຫຍ່​ທີ່​ມີ​ຕໍ່​ປະຊາຊົນ ​ແລະ ປະ​ເທດ​ຊາດຫວຽດນາມ. ທ່ານ ຮີນ​ມິນ​ຟຸ໋ ຮຽກ​ຮ້ອງ “ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່: ສາມັກຄີ, ຮັກ​ແພງ, ອຸ້ມຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທົດ​ສອບ​ນາໆ​ປະການ ​ເພື່ອ​ຊີວິດ​ຂອງ​ທຸກ​ຄົນ, ທຸກ​ຄອບຄົວ​ມີ​ຄວາມ​ອີມໜຳ​ສຳ​ລານ ​ແລະ ຜາ​ສຸກ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັບ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໂຮງຮຽນ ຫງວຽນ​ຢູ ຂຶ້ນ​ກັບ​ສະມາຄົມ​ຊາວ​ຫວຽດນາມ ຢູ່ນະຄອນ​ວຽງ​ຈັນ ​ໄດ້​ຈັດການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​​ຂອງ​ເພີ່ນ.

ຂ່າວ/ບົດ​ອື່ນ