ສະເຫຼີມ​ສະຫຼອງ 15 ປີ ໝູ່​ບ້ານ​ເກົ່າ​ແກ່​ເດື່ອງ​ເລິມ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ມໍ​ລະ​ດົກ​ລະ​ດັບ​ຊາດ

(VOVWORLD) -    ຕອນເຊົ້າວັນທີ 28 ພະຈິກ ໄດ້ດຳເນີນພິທີສະເຫຼີມສະຫຼອງ 15 ປີ ແຫ່ງວັນໝູ່ບ້ານເກົ່າແກ່ເດື່ອງເລິມ ໄດ້ຮັບການຮັບຮອງເອົາວ່າ ແມ່ນມໍລະດົກລະດັບຊາດ (2005 – 2020) ແລະ ໄຂບັນດາການເຄື່ອນໄຫວເຊີດຊູ, ໂຄສະນາມໍລະດົກ.
ສະເຫຼີມ​ສະຫຼອງ 15 ປີ ໝູ່​ບ້ານ​ເກົ່າ​ແກ່​ເດື່ອງ​ເລິມ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ມໍ​ລະ​ດົກ​ລະ​ດັບ​ຊາດ - ảnh 1ໝູ່ບ້ານເກົ່າແກ່ເດື່ອງເລິມ ແມ່ນໝູ່ບ້ານແຫ່ງທຳອິດຢູ່ຫວຽດນາມ ໄດ້ຮັບນາມມະຍົດວ່າ ແມ່ນເຂດປູຊະນີຍະສະຖານສະຖາປັດຕະຍາກຳສິລະປະລະດັບຊາດ (ພາບ:baotintuc.vn)

ໝູ່ບ້ານເກົ່າແກ່ເດື່ອງເລິມ, ຕາແສງ ເດື່ອງເລິມ, ເທດສະບານ ເຊີນໄຕ, ນະຄອນຮ່າໂນ້ຍ ແມ່ນໝູ່ບ້ານແຫ່ງທຳອິດຢູ່ຫວຽດນາມ ໄດ້ຮັບນາມມະຍົດວ່າ ແມ່ນເຂດປູຊະນີຍະສະຖານສະຖາປັດຕະຍາກຳສິລະປະລະດັບຊາດ. ຢູ່ທີ່ນີ້ໄດ້ອະນຸລັກຮັກສາບັນດາຈຸດເອກະລັກສະເພາະພື້ນຖານຂອງໝູ່ບ້ານ ຫວຽດນາມ ໂດຍມີ ປະຕູບ້ານ, ຕົ້ນໂພ, ທ່ານ້ຳ, ສາລາບ້ານ, ວັດວາອາຮາມ….

        ເນື່ອງໃນໂອກາດນີ້, ຄະນະຄຸ້ມຄອງເຂດປູຊະນີຍະສະຖານໝູ່ບ້ານ ເກົ່າແກ່ ເດື່ອງເລິມ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື ງານວາງສະແດງບາງຜົນງານຈິດຕະກຳ ກ່ຽວກັບຫົວຂໍ້ການເຄື່ອນໄຫວ, ການຜະລິດ, ຮີດຄອງປະເພນີຂອງປະຊາຊົນໝູ່ບ້ານເກົ່າແກ່; ວາງສະແດງຊຸດອາພອນທີ່ເປັນມູນເຊື້ອຂອງທ້ອງຖິ່ນ….

ຕອບກັບ

ຂ່າວ/ບົດ​ອື່ນ