ສະເຫຼີມສະຫຼອງ 190 ປີແຫ່ງວັນຄ້າຍວັນເກີດຂອງທ່ານ Jean Baptiste Louis Pirerre, ຜູ້ກໍ່ຕັ້ງສວນສາທາລະນະນະຄອນໂຮ່ຈີມິນ

(VOVWORLD) - ໃນຕົ້ນປີ 1850, ທ່ານໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການສວນສາທາລະນະ Calcutta (ປະເທດ ອັງກິດ)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ, ຖະຫວາຍດອກໄມ້ອາໄລຫາທ່ານ Jean Baptiste Louis Pirerre, ຜູ້ອຳນວຍການຄົນທຳອິດຂອງສວນສາທາລະນະດັ່ງກ່າວ, ທັງແມ່ນຜູ້ປະຕິບັດການປູກຕົ້ນໄມ້ໃຫຍ່ນັບພັນຕົ້ນຢູ່ຕາມເສັ້ນທາງສາຍຕ່າງໆຢູ່ນະຄອນ ໂຮ່ຈີມິນ. ທ່ານ Jean Baptiste Louis Pirerre, ເກີດວັນທີ 23 ຕຸລາ 1833, ແມ່ນນັກຄົ້ນຄ້ວາພຶກສາສາດຊາວ ຝລັ່ງ. ໃນຕົ້ນປີ 1850, ທ່ານໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການສວນສາທາລະນະ Calcutta (ປະເທດ ອັງກິດ). ໃນປີ 1865, ທ່ານໄດ້ຮັບແຕ່ງຕັ້ງເປັນຜູ້ອຳນວຍການຄົນທຳອິດຂອງສວນສາທາລະນະ ແບກຖາວ (ປະຈຸບັນແມ່ນສວນສາທາລະນະ ໄຊ່ງ່ອນ). ທ່ານ Louis Pirerre ໄດ້ກ້າເບ້ຍໄມ້ຫຼາຍເບ້ຍຢູ່ ຫວຽດນາມ ຢ່າງສຳເລັດຜົນ ແລະ ໄດ້ນຳ ບັນດາຕົ້ນໄມ້ຈາກ ອາບຟຣີກາ, ທະວີບ ອາເມລິກາ ມາປູກຢູ່ ຫວຽດນາມ. ຈາກນັ້ນ, ມີສວນພຶກສາສາດໄດ້ກຳເນີດຂຶ້ນ ແລະ ຄົງຕົວມາຮອດປະຈຸບັນ. ປີ 1865, ທ່ານໄດ້ເລີ່ມສ້າງຄອກລ້ຽງນົກ, ກວາງ ແລະ ຮຽກຮ້ອງໃຫ້ທຸກຄົນໆສົ່ງສັດທີ່ຫາໄດ້ມາລ້ຽງຢູ່ທີ່ນີ້. ປະຈຸບັນ, ສວນແຫ່ງນີ້ມີຕົ້ນໄມ້ 2.500 ຕົ້ນ, ໃນນັ້ນມີຕົ້ນໄມ້ໃຫຍ່ 700 ຕົ້ນ. ນະທີ່ນີ້, ກໍ່ໄດ້ລ້ຽງສັດປະເພດຕ່າງໆຫຼາຍກ່ວາ 2.000 ໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ