ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າຫວຽດນາມ

ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າຫວຽດນາມ - ảnh 1
ທ່າ​ນນາງ​ຮອງ​ປະທານ​ປະ​​ເທດ Nguyen Thi Doan
( ພາບຈາກອີນເຕີແນດ )


( vovworld ) –   ວັນ​ທີ 14/4, ຢູ່​ຮ​່າໂນ້ຍ, ສະມາຄົມ​ຊ່ວຍ​ເຫຼືອຄົນພິການ ​ແລະ ​ເດັກ​ກຳ​ພ້າ​ຫວຽດນາມ ສະ​​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ ( 25/4/1992 – 25/4/2012 ). ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່າ​ນນາງ​ຮອງ​ປະທານ​ປະ​​ເທດ Nguyen Thi Doan ​ໄດ້​ຢືນຢັນ​ທັດສະນະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ພັກ ​ແລະ ລັດ​ຫວຽດນາມ ​ແມ່ນ​ການພັດ​ທະນາ​ເສດຖະກິດຢາ​ມ​ໃດ​ກໍຕິດ​ພັນ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ. ພັກ ​ແລະ ລັດ ​ໄດ້​ມີ​ແຜນ​ນະ​ໂຍບາຍ​ ​ແລະ ນະ​ໂຍບາຍ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອຄົນພິການ ​ແລະ ​ເດັກກຳພ້າ​, ຫວຽດນາມ​ ​ໄດ້ມີ​​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​ຄົນ​ພິການ, ​ເດັກ​ກຳພ້າ. ນີ້​ແມ່ນ​ບັນດາ​ຜົນງານ​ສຳຄັນ​ທີ່​ສຸດ, ເປັນ​ຂີດ​ໝາຍ​​ແຫ່ງຄວາມ​ມານະ​ພະຍາຍາມ, ມີ​ຫົວຄິດ​ປະດິດ​ສ້າງຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ສະມາຄົມ​ຊ່ວຍ​ເຫຼືອຄົນພິການ ​ແລະ ​ເດັກກຳພ້າ​​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ວ່າ ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະມາຄົມ​ຊ່ວຍ​ເຫຼືອຄົນພິການ ​ແລະ ​ເດັກກຳພ້າ​​ຫວຽດນາມ ຄວນສືບ​ຕໍ່ປະຕິບັດ​ບັນດາ​ໜ້າ​ທີ່​ເຊິ່ງລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ​ເປີດ​ກວ້າງ​​ສະມາຄົມ​ຊ່ວຍ​ເຫຼືອ​ຄົນ​ພິການ, ​ເດັກ​ກຳພ້າ​ທຸກ​ຂັ້ນໃນ​ທົ່ວ​ປະ​ເທດ, ຍົກສູງ​ຄວາມ​ສາມາດ​ຂອງ​ພະນັກງານ ​ແລະ ສະມາຊິກ, ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍ້ອງ​ຍໍ້​ສັນລະ​ເສີນ​ບັນດາ​ຮູບ​ແບບ​ທີ່​ດີ​ເດັ່ນ ​ແລະ ຈັດ​ຕັ້ງ​ບັນດາ​ຂະ​ບວນການ​ແຂງ​ຂັ້ນ​ຮັກຊາດ​​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ