ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 13 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (VITAS).

ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ທ່ານມີຄວາມເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງຂະແໜງຕ່ຳແຜ່ນຕັດຫຍິບທີ່ພວມປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງເລື່ອງສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ໄດ້ປະຕິບັດພາລະ, ໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເປັນຂົວເຊື່ອມຕໍ່ລະຫວ່າງລັດຖະບານ ກັບວິສາຫະກິດ, ຕັ້ງໜ້າ ແລະ ເປັນເຈົ້າການເສນາທິການດ້ານນະໂຍບາຍ, ໂດຍສະເພາະແມ່ນໃນການເຈລະຈາບັນດາສັນຍາການຄ້າເສລີ.

          ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໃຈວ່າຂະແໜງ ຄວນນຳໃຊ້ບັນດາທ່າແຮງ ແລະ ກາລະໂອກາດ. ພິເສດ, ຂະແໜງຕ້ອງສ້າງເຄື່ອງໝາຍການຄ້າວິສາຫະກິດ ແລະ ຜະລິດຕະພັນຢູ່ພາກພື້ນ ແລະ ໃນໂລກ, ນຳມາເຊິ່ງຜົນປະໂຫຍດຢ່າງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ