ສະ​ເຫຼີ​ມ​ສະຫຼອງ 25 ປີ UNCLOS 1982: ປະ​ກອບ​ສ່ວນ​ເຂົ້າ​ສ້າງ​ຄວາມ​ເປັນ ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ບັນ​ດາ​ມະ​ຫາ​ສະ​ມຸດ ແລະ ທະ​ເລ​ໃນ ໂລກ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຫວນຄືນ ວິວັດທະນາການສ້າງຕັ້ງ ແລະ ຄວາມສຳຄັນຂອງເອກະສານ ທີ່ໄດ້ຖືວ່າ ແມ່ນ ກົດບັດຂອງ ມະຫາສະມຸດ ພາຍຫຼັງ ສົນທິສັນຍາທີ່ມີຜົນສັກສິດມາເປັນເວລາ 25 ປີ, ປຶກສາຫາລືກ່ຽວກັບແງ່ມູມຕ່າງໆທີ່ກ່ຽວຂ້ອງເຖິງການນຳໃຊ້ UNCLOS 1982 ເຂົ້າໃນບັນດາເຫດການລະອຽດກໍ່ຄືບັນດາວິທີການແກ້ໄຂເພື່ອໃຫ້ບັນດາປະເທດທີ່ຢູ່ແຄມທະເລປະຕິບັດຕາມສົນທິສັນຍາສະບັບນີ້ເປັນຢ່າງດີ.
ສະ​ເຫຼີ​ມ​ສະຫຼອງ 25 ປີ UNCLOS 1982: ປະ​ກອບ​ສ່ວນ​ເຂົ້າ​ສ້າງ​ຄວາມ​ເປັນ ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ບັນ​ດາ​ມະ​ຫາ​ສະ​ມຸດ ແລະ ທະ​ເລ​ໃນ ໂລກ - ảnh 1ບັນດານັກປາຖະກະຖາ ຢູ່ ກອງປະຊຸມພິເສດ

ໃນຂອບເຂດກອງປະຊຸມສຳມະນາ ວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11 ດ້ວຍຫົວຂໍ້ “ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ” ໄດ້ດຳເນີນໃນລະຫວ່າງ ວັນທີ 6 – 7 ພະຈິກ ຢູ່ ຮ່າໂນ້ຍ, ໂດຍສະຖາບັນການຕ່າງປະເທດ ສົມທົບກັບສະມາຄົມທະນາຍຄວາມ ຫວຽດນາມ (VLA)  ແລະ ກອງທຶນໜູນຊ່ວຍການຄົ້ນຄ້ວາທະເລຕາເວັນອອກ (FESS) ຈັດຕັ້ງຂຶ້ນໄປ, ຕອນບ່າຍວັນທີ 6 ພະຈິກ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ພ້ອມກັນເຂົ້າຮ່ວມວາລະພິເສດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຊັນສັນຍາ ສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) (1994 - 2019) ແລະ 25 ປີແຫ່ງວັນ ຫວຽດນາມໃຫ້ສັດຕະຍາບັນ ສົນທິສັນຍາດັ່ງກ່າວ.

        ນະທີ່ນີ້, ບັນດາຜູ້ແທນໄດ້ຫວນຄືນ ວິວັດທະນາການສ້າງຕັ້ງ ແລະ ຄວາມສຳຄັນຂອງເອກະສານ ທີ່ໄດ້ຖືວ່າ ແມ່ນ ກົດບັດຂອງ ມະຫາສະມຸດ ພາຍຫຼັງ ສົນທິສັນຍາທີ່ມີຜົນສັກສິດມາເປັນເວລາ 25 ປີ, ປຶກສາຫາລືກ່ຽວກັບແງ່ມູມຕ່າງໆທີ່ກ່ຽວຂ້ອງເຖິງການນຳໃຊ້ UNCLOS 1982 ເຂົ້າໃນບັນດາເຫດການລະອຽດກໍ່ຄືບັນດາວິທີການແກ້ໄຂເພື່ອໃຫ້ບັນດາປະເທດທີ່ຢູ່ແຄມທະເລປະຕິບັດຕາມສົນທິສັນຍາສະບັບນີ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ