ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ

(VOVWORLD) - ຕອນຄ່ຳວັນທີ 24 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (12/07/1995 – 12/07/2020). 
ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ - ảnh 1(ພາບປະກອບ / Nikkei Asian Review) 

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຫງວຽນທິງອັກເຟື້ອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ: 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມື ແລະ ເພື່ອນຄວາມເປັນມິດໄດ້ສ້າງຂຶ້ນໂດຍອີງໃສ່ຜົນປະໂຫຍດລວມ, ຄວາມເຄົາລົບນັບຖືເຊິ່ງກັນແລະກັນ ແລະ ການພົວພັນທາງການທູດລະຫວ່າງປະຊາຊົນ 2 ປະເທດ; ເພີ່ມທະວີບັນດາການພົວພັນດ້ານການຄ້າ, ການລົງທຶນ, ການຮ່ວມມືຍຸດທະສາດ ແລະ ການຮ່ວມມືກ່ຽວກັບບັນດາບັນຫາມະນຸດສະທຳ ແລະ ມໍລະດົກສົງຄາມ.

        ສ່ວນທ່ານນາງ Marie C. Damour, ຫົວໜ້າສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ ໄດ້ ແລະ ພວມພັດທະນາຢ່າງດີງາມໃນຫລາຍຂົງເຂດ ລວມມີຄວາມໝັ້ນຄົງ, ການຄ້າ, ເສດຖະກິດ, ການພົວພັນປະຊາຊົນ, ສາທາລະນະສຸກ, ສິ່ງແວດລ້ອມ, ການສຶກສາ ແລະ ພະລັງງານ. ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືກັບ ຫວຽດນາມ, ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງກ່ວາໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ