ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຢູແກຼນ

ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຢູແກຼນ - ảnh 1
ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນ
ທາງການທູດລະຫວ່າງ ຫວຽດນາມ - ຢູແກຼນ

(vovworld) - ຕອນ​ຄ່ຳ​ວັນ​ທີ 22/03 ຢູ່​ນະຄອນ Kharkov ສະຖານທູດ ຫວຽດນາມ ປະຈຳ ຢູ​ແກຼນ ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຢູ​ແກຼນ (23/01/1992 – 23/01/2017)

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ມີ​ງຈີ໋ ​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ ປະຈຳ ຢູ​ແກຼນ ຢືນຢັນ​ວ່າ: ຫວຽດນາມ ​ແລະ ຢູ​ແກຼນ ມີ​ສາຍ​ພົວພັນ​ມິ​ດຕະພາບທີ່​ເປັນ​ມູນ​ເຊື້ອ​ໄດ້​ຮັບ​ການ​ສ້າງສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ປະຊາຊົນ 2 ປະ​ເທດ​ຫລາຍລຸ້ນຄົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີ​ງຈີ໋ ​​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ 2 ປະ​ເທດ​ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່, ຍາດ​ໄດ້​ໄຊ​ຊະນະ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ປະຊາຊົນ, ​ເພື່ອ​ຄວາມ​ສີວິ​ໄລ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດບາດຂອງ ຫວຽດນາມ ​ແລະ ຢູ​ແກຼນ ​ໃນ​ພາກ​ພື້ນ ​ແລະ ​ໂລກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ