ສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມວິທະຍາສາດ ເຕັກນິກ ຮ່າໂນ້ຍ

ສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມວິທະຍາສາດ ເຕັກນິກ ຮ່າໂນ້ຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
(ພາບ: ອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/12, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ​ພິທີສະ​ເຫຼີ​ມສະຫຼອງ 30 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະສະມາຄົມວິທະຍາສາດ ​ເຕັກນິກ ຮ່າ​ໂນ້ຍ (9/12/1982 – 9/12/2012) ​ແລະ ປະດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ຄັ້ງ​ທີ 2 ​ໃຫ້​ແກ່ ສະຫະສະມາຄົມວິທະຍາສາດ ​ເຕັກນິກ ຮ່າ​ໂນ້ຍ. ​ໃນ 30 ປີຜ່ານມາ, ສະຫະສະມາຄົມວິທະຍາສາດ ​ເຕັກນິກ ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ປັນຍາ​ຊົນ, ນັກວິທະຍາສາດຫຼາຍ​ຄົນ​ທີ່​ມີ​ລະດັບ ​ແລະ ບົດຮຽນ​ຫຼາຍ​ຂອງ​ນະຄອນຫຼວງ ​ແລະ ທົ່ວ​ປະ​ເທດ. ​ໃນ​ວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ, ຖັນ​ແຖວ​ນັກວິທະຍາສາດ ​ໄດ້​ປະຕິບັດ​ຫົວ​ເລື່ອງ​ລະດັບ​ນະຄອນ ​ແລະ ລະດັບ​ລັດ​ນັບ​ຮ້ອຍຫົວ​ເລື່ອງ, ນຳ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ປະກອບສ່ວນ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ, ກະ​ສີ​ກຳ, ທ່ອງ​ທ່ຽວ ​ແລະ ການ​ບໍລິການ, ​ໃຫ້​ຄຳ​ປຶກສາ, ກວດກາ​ຕີ​ລາຄາ​ບັນດາ​ບັນຫາ​ສັງຄົມ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

 

 

 

ຂ່າວ/ບົດ​ອື່ນ