ສະ​ເຫຼີມ​ສະຫຼອງ 30 ປີແຫ່ງວັນເຊັນສົນ​ທິ​ສັນ​ຍາ ສ​ປ​ຊ​ ວ່າ​ດ້ວຍ​ສິດທິ​ເດ​ັກ

(VOVWORLD) - ເນື່ອງໃນໂອກາດນີ້, ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນເຊັ່ນ ສົນທິສັນຍາສະບັບດັ່ງກ່າວເຊິ່ງ ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ດ້ວຍຄວາມປາດຖະໜາຢາກໃຫ້ເດັກນ້ອຍ ຫວຽດນາມ ແຕ່ລະຄົນນັບມື້ນັບໄດ້ດຳລົງຊີວິດແບບສົມບູນກວ່າອີກໃນສະພາບແວດລ້ອມທີ່ປອດໄພ ແລະ  ປອດໃສ.

ສະ​ເຫຼີມ​ສະຫຼອງ 30 ປີແຫ່ງວັນເຊັນສົນ​ທິ​ສັນ​ຍາ ສ​ປ​ຊ​ ວ່າ​ດ້ວຍ​ສິດທິ​ເດ​ັກ - ảnh 1ພິທີ ສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາ ສປຊ ວ່າດ້ວຍສິດທິເດັກ 

(ພາບ:daibieunhandan.vn)

ໃນວັນທີ 16 ພະຈິກ, ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາ ສປຊ ວ່າດ້ວຍ ສິດທິຂອງເດັກໄດ້ຈັດຕັ້ງ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງ ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ແລະ ມີນ້ອງນ້ອຍ 200 ຄົນ ໄດ້ຕາງໜ້າໃຫ້ແກ່ເດັກນ້ອຍ 26 ລ້ານຄົນໃນທົ່ວປະເທດ. ປີ 1989, ສົນທິສັນຍາ ສປຊ ວ່າດ້ວຍສິດທິ ເດັກ - ເຊີ່ງເປັນປະມວນກົດໝາຍສາກົນໃຫ້ແກ່ເດັກນ້ອຍ ໄດ້ຮັບການຮັບຮອງເອົາ, ມາຮອດປັດຈຸບັນມີ 196 ປະເທດໃນໂລກ ຮັບຮອງເອົາ ສົນທິສັນຍາດັ່ງກ່າວ. ຫວຽດນາມ ແມ່ນປະເທດທຳອິດຢູ່ອາຊີ ແລະ ເປັນປະເທດທີ 2 ໃນໂລກຮັບຮອງເອົາສົນທິສັນາສະບັບ ໃນປີ 1990. ໃນຕະຫຼອດ 30 ປີທີ່ຜ່ານມາ, ບັນດາຄຳໝັ້ນສັນຍາດ້ານການເມືອງກໍ່ຄືການຊີ້ນຳນຳພາຢ່າງແຮງຂອງ ຫວຽດນາມໃນການປະຕິບັດສິດຂອງເດັກນ້ອຍໄດ້ຊ່ວຍ ປັບປຸງຊີວິດການເປັນຢູ່ຂອງ ເດັກນ້ອຍ ນັບຫຼາຍລ້ານຄົນໃນທົ່ວປະເທດ. ນັບມື້ນັບມີເດັກນ້ອຍຫຼາຍຄົນໄດ້ຮັບການປົກປ້ອງຈາກກົດໝາຍ, ໄດ້ຮັບການດູແລສຸຂະພາບ, ໄດ້ຮ່ຳຮຽນບັນດາຄວາມຮູ້ ແລະ ທັກສະທີ່ຈຳເປັນນັບແຕ່ໂຮງຮຽນອະນຸບານ ແລະ ໄດ້ຊົມໃຊ້ນະໂຍບາຍສະຫວັດດີການ. ເນື່ອງໃນໂອກາດນີ້, ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນເຊັ່ນ ສົນທິສັນຍາສະບັບດັ່ງກ່າວເຊິ່ງ ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ດ້ວຍຄວາມປາດຖະໜາຢາກໃຫ້ເດັກນ້ອຍ ຫວຽດນາມ ແຕ່ລະຄົນນັບມື້ນັບໄດ້ດຳລົງຊີວິດແບບສົມບູນກວ່າອີກໃນສະພາບແວດລ້ອມທີ່ປອດໄພ ແລະ  ປອດໃສ.

ຕອບກັບ

ຂ່າວ/ບົດ​ອື່ນ