ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ເຢຍລະມັນ

(VOVWORLD) -ໃນຕະຫຼອດໄລຍະ 35 ປີຜ່ານມາ, ໂດຍມີຄວາມຈົ່ງຮັກພັກດີກັບເປົ້າໝາຍ: ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ ແລະ ເຢຍລະມັນ

ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ເຢຍລະມັນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ

(ພາບ: VGP)

ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ຈັດພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງ (1985 - 2020), ຮັບຫຼຽນໄຊແຮງງານຊັ້ນ 2; ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ເຢຍລະມັນ (1975 - 2020).

        ທີ່ພິທີ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ, ປະທານສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໃຫ້ຮູ້ວ່າ: “ໃນຕະຫຼອດໄລຍະ 35 ປີຜ່ານມາ, ໂດຍມີຄວາມຈົ່ງຮັກພັກດີກັບເປົ້າໝາຍ: ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ ແລະ ເຢຍລະມັນ”; ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ… ພິເສດ, ສະມາຄົມໄດ້ມີການເຄື່ອນໄຫວທັນການຫຼາຍຢ່າງ ແລະ ມີປະສິດທິຜົນໃນການໂຄສະນາ, ຂົນຂວາຍເພື່ອນມິດເຢຍລະມັນ ແລະ ສາກົນ ສາມັກຄີ, ສະໜັບສະໜູນຫວຽດນາມ ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ.

        ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ, ເພື່ອເປັນການຮັບຮູ້ບັນດາຜົນງານດີເດັ່ນຂອງສະມາຄົມໃນວຽກງານ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ