ສະເຫຼີມສະຫຼອງ 40 ປີແຫ່ງ UNCLOS: ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.
ສະເຫຼີມສະຫຼອງ 40 ປີແຫ່ງ UNCLOS: ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ
(ພາບ: TTXVN)

ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້ ແມ່ນຫົວຂໍ້ຂອງການ ສົນທະນາກ່ຽວກັບທະເລຄັ້ງທີ 8 ໂດຍສະຖາບັນການຕ່າງປະເທດ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ກອງທຶນ Konrad Adenauer Stiftung ຮ່ວມກັນຂຶ້ນໃນຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ. ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.

        ກ່າວຄຳເຫັນເປີດການສົນທະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ, ເນັ້ນໜັກວ່າ:

        “ໃນໄລຍະ 40 ປີຜ່ານມາ, ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິທຳໄດ້ສ້າງຕັ້ງຂຶ້ນຕາມສົນທິສັນຍາກົດໝາຍວ່າດ້ວນທະເລ ໄດ້ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບສາກົນ. ເລື່ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລໂດຍສັນຕິວີທີ, ສອດຄ່ອງກັບກົດໝາຍສາກົນ ກໍ່ໄດ້ຮັບການຍູ້ແຮງ. ໃນສະພາບການທີ່ນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນຢູ່ທະເລນັ້ນ, ປະຊາຄົມສາກົນຕ້ອງຮັກສາການເຄົາລົບກົດໝາຍ ແລະ ປະຕິບັດບັນດາພັນທະຕາມສົນທິສັນຍາດ້ວຍຄວາມເຈດຕະນາດີ, ພິເສດແມ່ນໃນເລື່ອງ ຍົກອອກຄຳຮຽກທວງສິດ ແລະ ດຳເນີນການເຄື່ອນໄຫວຕ່າງໆຢູ່ທະເລ. ບັນດາປະເທດຄວນຊຸກຍູ້ການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອອະນຸລັກຮັກສາທະເລ ແລະ ມະຫາສະໝຸດແບບຍືນຍົງ, ພ້ອມກັນນັ້ນຮັກສາສິດເສລີໃນການເດີນເຮືອ ແລະ ບັນດາການເຄື່ອນໄຫວເດີນເຮືອຢ່າງຖືກຕ້ອງຕາມກົດໝາຍ”.

        ທ່ານຮອງລັດຖະມົນຕີ ຟ້າມກວາງຮຽວ ເນັ້ນໜັກວ່າ, ເພື່ອຊຸກຍູ້ການຮ່ວມມື ບົນພື້ນຖານເຄົາລົບບັນດາສິດ ແລະ ພັນທະຖືກຕ້ອງຕາມກົດໝາຍຂອງບັນດາປະເທດເຂດແຄມທະເລ ກໍຄືບັນດາປະເທດບໍ່ມີທະເລ, ລະຫວ່າງປະເທດສະມາຊິກ ກໍຄືບໍ່ທັນເຂົ້າເປັນສະມາຊິກຂອງ UNCLOS, ບັນດາປະເທດຕ້ອງມານະພະຍາຍາມເຄົາລົບກົດໝາຍສາກົນ, ລວມທັງສົນທິສັນຍາກົດໝາຍວ່າດ້ວຍທະເລ…

ຕອບກັບ

ຂ່າວ/ບົດ​ອື່ນ