ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ໂອຕາຣິດ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ໂອຕາຣິດ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 12/9, ຢູ່​ນະຄອນຫຼວງ​ວຽນ ຂອງ ສ.ໂອ​ຕາຣິດ, ທ່ານ​ນາງ Nguyen Thi Kim Tien, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ, ຫົວໜ້າ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽ​ດນາມ, ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ສ.​ໂອ​ຕາຣິດ (1/12/1972 – 1/12/2012) ​ແລະ ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນຊາດ​ຫວຽດນາມ. ທ່ານ​ນາງລັດຖະມົນຕີ Nguyen Thi Kim Tien ​ໄດ້​ຢືນຢັນ​ວ່າ ພາຍຫຼັງ 40 ປີ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຢືນ​ຢູ່​ຕໍ່​ນ້າບັນດາ​ແງ່​ຫວັງ​ໃໝ່. ທ່ານ​ນາງລັດຖະມົນຕີ ກໍ​ໃຫ້​ຮູ້​ວ່າ ຂະ​ແໜງສາທາລະນະ​ສຸກ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ສອງ​ຝ່າຍ​ທີ່ບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ. ມາ​ຮອດ​ປະຈຸ​ບັນ, ​ຍ້ອນ​ມີການ​ຮ່ວມ​ມື​ຂອງສ.​ໂອ​ຕາຣິດ, ບັນດາ​ສູນການ​ແພດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໄດ້​ຮັບ​ການປະກອບ​​ເຄື່ອງອຸປະກອນ​ການ​ແພດ​ເພື່ອກວດພະຍາດ​ທີ່​ທັນ​ສະ​ໄໝ​ຂອງໂອ​ຕາຣິດ, ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ໃຫ້​ແກ່​ປະຊາຊົນ​ດີ​ພໍ​ສົມຄວນ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ສ.​ໂອ​ຕາຣິດ, ​ແຕ່​ວັນ​ທີ 10 – 13/9, ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ໄດ້​ມີ​ການ​​ເຮັດ​ວຽກກັບທະມົນຕີກະຊວງ​ສາທາລະນະ​ສຸກສ.​ໂອ​ຕາຣິດ ​ແລະ ຢ້ຽມຢາມ​ບາງ​ຮາກ​ຖານ​ສາທາລະນະ​ສຸກ​ຢູ່​ໂອ​ຕາຣິດ. ຈາກ​ນັ້ນ, ຄະນະ​ຈະ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.​ເຊັກ ​ແຕ່​ວັນ​ທີ 13 – 16/9, ​ເພື່ອ​ແນ​ໃສ່​ແລກປ່ຽນກ່ຽວ​ກັບບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ​ລະຫວ່າງ​ຫວຽດນາມ ​ແລະ ​ສ.ເຊັກ.

ຂ່າວ/ບົດ​ອື່ນ