ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນລະຫວ່າງຫວຽດນາມ - ຝລັ່ງ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນລະຫວ່າງຫວຽດນາມ - ຝລັ່ງ - ảnh 1
ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ
ຂຶ້ນ​ສູ່​ລະດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ
(ພາບປະກອບ)


(vovworld) -  ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ ​​ແມ່ນ​ການ​ພົວພັນ​ທີ່​​ເປັນ​ສັນຍາ​ລັກ ​ແລະ ​ເລື່ອງ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ ຂຶ້ນ​ສູ່​ລະດັບ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈະ​ສ້າງ​ຂອບ​ເຂດ​ໃໝ່ ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ໃຫ້​ພັດທະນາ​ຢ່າງກວ້າງຂວາງ ​ແລະ ​ເລີກ​ເຊິ່ງກວ່າ​ອີກ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽ​ດນາມ ຟ້າ​ມບິ່ງ​ມິ​ງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາຍພົວພັນລະຫວ່າງ​ຫວຽດນາມ - ຝລັ່ງ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 27/03, ຢູ່​ປາຣີ, ປະ​ເທດ​ຝລັ່ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ.

“​ເພື່ອສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນທາງ​ການ​ທູດ, ຫວຽດນາມ ​ແລະ ຝລັ່ງ ພວມ​ຕັ້ງໜ້າ​ຈັດ​ຕັ້ງ​ປີ​ຫວຽດນາມ - ຝລັ່ງ 2013 – 2014 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ​ທີ່ຂຶ້ນ​ກັບ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ ພ້ອມ​ກັນ​ຫວນ​ຄືນ​ໄລຍະ​ປະຫວັດສາດ​ຂອງ​ການ​ພົວພັນ​ເຊິ່ງ 2 ຊາດ​ເພີ່ມ​ພູນຄຸນ​ສ້າງ, ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ບັນດາ​ແງ່​ຫວັງ​ການ​ຮ່ວມ​ມື​ໃໝ່​ໃນ​ອະນາ​ຄົດ”.

ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຝລັ່ງ​ແລ້ວ, ທ່ານນາງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຕ່າງປະ​ເທດ​ຝລັ່ງ Nicole Bricq ​ໃຫ້​ຮູ້​ວ່າ, ລັດຖະບານ​ຝລັ່ງ ຈະມີແຜນ​ນະ​ໂຍບາຍ​ຢ່າງ​ຕັ້ງໜ້າ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ຫວຽດ​ນາມ - ຝລັ່ງ ​ພັດທະນາ​ຍິ່ງ​ຂຶ້ນ​ອີກ. ທ່ານນາງກ່າວ​ວ່າ.

“ພວກ​ຂ້າພະ​ເຈົ້າ​ຢາ​ກສ້າງ​ຕັ້ງ​ຂອບ​ເຂດ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ກັບ​ຫວຽດນາມ ​ແລະ ​ໃນ​ອາທິດ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ຈະ​ມາ​ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພົວພັນ​ເສດຖະກິດການ​ຄ້າ​ຕ່າງປະ​ເທດລະຫວ່າງ 2 ລັດຖະບານ, ກໍ​ຄື​ປະ​ຊາຄົມ​ວິ​ສາ​ຫະກິດ​ລະຫວ່າງ 2 ປະ​ເທດ”.




ຂ່າວ/ບົດ​ອື່ນ