ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິ ສັນຍາປາຣີກ່ຽວກັບ ຫວຽດນາມ

ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິ ສັນຍາປາຣີກ່ຽວກັບ ຫວຽດນາມ - ảnh 1
(​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ສາກົນ ​ເນື່ອງ​ໃນ​ໂອກາດ​
ສະ​ເຫຼີ​ມສະຫຼອງ 40 ປີແຫ່ງ​ວັນ​ເຊັນ​ຊົນ​ທິສັນຍາ​ປາຣີ ກ່ຽວ​ກັບ​ຫວຽດນາມ)


(vovworld) -     ຕອນ​ຄໍ່າ​ວັນ​ທີ 16/12, ຢູ່​ແຂວງ ຟູ໋ອຽນ, ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ສາກົນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີແຫ່ງ​ວັນ​ເຊັນ​ຊົນ​ທິສັນຍາ​ປາຣີ ກ່ຽວ​ກັບ​ຫວຽດນາມ (27/1/1973 - 27/1/2013). ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ​ນາງ ຫງວຽນທິບິ່ງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍິງ​ຜູ້​ທິອິດ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່​ປາຣີ ​ແລະ ກໍ​ແມ່ນ​ໜຶ່ງ​ໃນ 4 ທ່ານທີ່​ໄດ້​ລົງ​ລາຍ​​ເຊັນ​ເຂົ້າ​ສົນ​ທິສັນຍາ​ປະຫວັດສາດ​ນັ້ນ, ​ໄດ້​ຫວນ​ຄືນ​ໄລຍະ​​ທັງ​ຕໍ່ສູ້ທັງ​ເຈລະຈາ ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ກູ້​ຊາດ​ຂອງ​ປະຊາຊົນ​ຫວຽດນາມ. ທ່ານ​ນາງ ຫງວຽນທິບິ່ງ ຢືນຢັນ​ວ່າ ​ເລື່ອງ​ລົງ​ນາມ​​ໃນສັນຍາ​ປາຣີ ​ແມ່ນ​ໄຊຊະນະ​ທີ່​ຍິ່ງ​​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ກໍ​ແມ່ນ​ໄຊຊະນະ​ຂອງ​ຂະ​ບວນການ​ສາມັກຄີ​ສາກົນ​ເຊິ່ງກ້ວາງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ