ສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາ​ບແລະສະເໜີຕົວປື້ມ ບົດບັນທຶກສົງຄາມ

ສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາ​ບແລະສະເໜີຕົວປື້ມ ບົດບັນທຶກສົງຄາມ - ảnh 1
ນັກ​ປະ​ພັນ ເຈີ່ນ​ມາຍ​ແຫ້ງ ແລະ ທ່ານ​ຜູ້ອ​ຳ​ນວຍ​ການ VOV ຫງວຽນ​ເທ໋​ກີ໋

(vovworld) – ​​​ວັນ​ທີ 27/4, ຢູ່​ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ (VOV), ໂຮງ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ແລະ ສະ​ມາ​ຄົມ​ນັກ​ປະ​ພັນ​ ຫວຽດ​ນາມ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2017) ແລະ ສະ​ເໜີ​ຕົວ​​ນະ​ວະ​ນິ​ຍາຍ​ເອ​ກະ​ສານ​ປະ​ຫວັດ​ສາດ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4.75” (​ເປັນ​ພາ​ສາ ຫວຽດ ແລະ ພາ​ສາ ອັງ​ກິດ).

        ເນື່ອງ​ໃນ​ໂອ​ກາດນີ້,  VOV, ໂຮງ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ​ຄວາມ​ຈິງ ແລະ ສະ​ມາ​ຄົມ​ນັກ​ປະ​ພັນ​ ຫວຽດ​ນາມ ໄດ​້​ແນະ​ນຳ​ເຖິງ​ຜູ້​ອ່ານ​ປື້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4.75” (ເປັນ​ພາ​ສາ ຫວຽດ ແລະ ພາ​ສາ ອັງ​ກິດ) ຂອງ​ນັກ​ຂ່າວ, ນັກ​ປະ​ພັນ ເຈີ່ນ​ມາຍ​ແຫ້ງ. ປື້ມ​ຫົວ​ນີ້​ໄດ້​ວາດ​ພາບ​​​ເຖິງ​ການ​ລົ້ມ​ລະ​ລາຍ​ຂອງອ​ຳ​ນາ​ດ​ການ​ປ​ົກ​ຄອງ​ໄຊ​ງ່ອນ ໃນ 4 ເດືອນ​ສຸດ​ທ້າຍ​ຂອງ​ສົງ​ຄາມ ປີ 1975 ຢ່າງ​ສັດ​ຊື່ ແລະ ມີ​ຊີ​ວິດ​ຊີ​ວາ. ທ່ານ​ຜູ້ອ​ຳ​ນວຍ​ການ VOV ຫງວຽນ​ເທ໋​ກີ໋, ເນັ້ນ​ໜັກ​ວ່າ:

        “ອາ​ດ​ເວົ້າ​ໄດ້​ວ່າ, “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4.75” ແມ່ນ​​ນະ​ວະ​ນິ​ຍາຍ​ທີ່ມີ​ຄວາມ ຈິງ ແລະ ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ຊຸມ​ວັນ​ສຸດ​ທ້າຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ໄຊ​ງ່ອນ ແລະ ພິ​ເສດ ແມ່ນໄດ້​ຍ້ອງຍ​ໍ​ການ​ເສຍ​ສະຫຼະ​ຊີ​ວິ​ດ, ຄວາມ​ລຳ​ບ​າກ​ກາກ​ກຳ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຕໍ່​ຕ້ານ ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ. ປື້ມ​ຫົວ​ນີ້​ໄດ້​ຮັບ​ການ​ສ້າງ​ຢ່າງ​ລະ​ອຽດ​ລະ​ອໍ ແລະ ຖືກ​ຕ້ອງ​ບົນ​ພື້ນ​ຖານ​ໄດ້​ເລືອກ​ເອົາ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ຈຳ​ນວນ​ເອ​ກະ​ສານ​ມາກ​ມາຍ​ອັນ​ລ​້ຳ​ຄ່າ​ເປັນ​ຈຳ​ນວນຫຼວງຫຼາຍ ແລະ ພົບ​ປະ​ກັບ​ບັນ​ດາ​ຕົວ​ພະ​ຍາ​ນຫຼາຍ​ຄົນ.”

ຕອບກັບ

ຂ່າວ/ບົດ​ອື່ນ