ສະເຫຼີມສະຫຼອງ 5 ປີແຫ່ງວັນເປີດນຳໃຊ້ເຄືອຂ່າຍອິນເຕີແນດເຄື່ອນທີ່ Unitel ຢູ່ລາວ

ສະເຫຼີມສະຫຼອງ 5 ປີແຫ່ງວັນເປີດນຳໃຊ້ເຄືອຂ່າຍອິນເຕີແນດເຄື່ອນທີ່ Unitel ຢູ່ລາວ - ảnh 1
ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ນຳ​ໃຊ້
ເປີດ​ເຄືອ​ຂ່າຍ​ອິນ​ເຕີ​ແມດ​ເຄື່ອນ​ທີ່ Unitel ຢູ່​ລາວ
(ພາບ: vietnamplus.vn)

(vovworld) – ວັນ​ທີ 16/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ບໍລິສັດ Star Telecom (Unitel) ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ເປີດນຳ​ໃຊ້ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ເຄື່ອນ​ທີ Unitel. ​ເຂົ້າ​ຮ່ວມ​ພິທີ, ມີ​ບັນດາ​ລັດຖະມົນຕີ, ຮອງ​ລັດ​ຖະມົນຕີ, ພະນັກງານ​ຂັ້ນ​ສູງ​ຂອງ​ລາວ ​ແລະ ອັກຄະ​ລັດຖະທູດຫວຽດນາມ ປະຈຳ​ລາວ ຮ່ວາງ​ຊວນ​ຫາຍ.

   ນັບ​ແຕ່​ວັນ​ເປີດ​ນຳ​ໃຊ້ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ເຄື່ອນ​ທີ Unitel ​ຢ່າງ​ເປັນ​ທາງ​ການເມື່ອ​​ເດືອນ 10/2012 ມາ​ຮອດປະຈຸ​ບັນ, ພາຍຫຼັງ 5 ປີ​ແຫ່ງ​ການ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ບໍລິສັດ Star Telecom (Unitel), ​ເຊິ່ງ​ແມ່ນບໍລິສັດ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ບໍລິສັດ Lao Asia Telecom ​ແລະ ກຸ່ມ​ບໍລິສັດ​ໂທລະ​ຄົມ​ທະຫານ Viettel, ​ໄດ້​ສ້າງ​ເຄືອ​ຂ່າຍ​ໂທລະ​ຄົມທີ່ສາມາດ​ສົ່ງ​ສັນຍານ​ໃນ​ເຂດກວ້າງ​​ທີ່​ສຸດ​ຢູ່​ລາວ, ດ້ວຍສະຖາ​ນີ້​ສົ່ງ​ສັນຍານກວ່າ 3.000 ​ແຫ່ງຢູ່ 17 ​ແຂວງ​ນະຄອນ. ມາ​ຮອດ​ປະຈຸ​ບັນ, Unitel ພວມ​ນຳ​ໜ້າຕະຫຼາດ​ກວນ​ອັດຕາ​ສ່ວນ 49%. ປີ 2013, ບໍລິສັດ Unitel ​ແມ່ນ​ໜຶ່ງ​​ໃນຈຳນວນ 3 ວິ​ສາ​ຫະກິດ​ເສຍ​ພາສີ​ໃຫຍ່​ກວ່າ​ໝູ່​ຂອງ​ທົ່ວ​ປະ​ເທດ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລັດຖະບານ.

ຂ່າວ/ບົດ​ອື່ນ