ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຢູ່ຫຼາຍປະເທດໃນທົ່ວໂລກ

(VOVWORLD) - ຕອນຄໍ່າວັນທີ 8 ສິງຫາ, ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ໄດ້ຈັດຕັ້ງຢູ່ໂຮງແຮມ Conrad. ຢູ່ໃຈກາງນະຄອນ Cairo ຂອງປະເທດ ອີຢີບ.
ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຢູ່ຫຼາຍປະເທດໃນທົ່ວໂລກ - ảnh 1ທ່ານເອກອັກຄະລັດຖະທູດ ໂດ໋ຮ່ວາງລອງ ແລະ ຮອງລັດຖະມົນຕີກະຊວງວັດທະນະທຳ ອີຢິບ ໃນການເຄື່ອນໄຫວວັດທະນະທຳ

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີແຂກຖືກເຊີນນັບຮ້ອຍໆຄົນ, ລວມມີ ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ອີຢີບ Tarek Kabil, ທູດພິເສດຂອງນາຍົກລັດຖະມົນຕີ - ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຮັບຜິດຊອບອາຊີ Yasser Murad, ບັນດາເອກອັກຄະລັດຖະທູດ ແລະ ເຈົ້າໜ້າທີ່ການທູດຂອງ 9 ປະເທດ ໃນຄະນະກຳມະການ ອາຊຽນ, ພ້ອມທັງຜູ້ຕາງໜ້າທູຕານຸທູດບັນດາປະເທດ ປະຈຳອີຢີບ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢີບ ໂດຮວ່າງລອງ ໄດ້ເຊີດຊູບົດບາດ ແລະ ບັນດາການປະກອບສ່ວນຂອງອົງການທູຕານຸທູດຂອງຫວຽດນາມ ສຳລັບການພັດທະນາຂອງປະຊາຄົມນີ້ຢູ່ປະເທດປະຈຳຖິ່ນ ແລະ ພາກພື້ນ.

“ໃນໄລຍະຜ່ານມາ, ສະຖານທູດຫວຽດນາມ ປະຈຳ ອີຢີບ ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາເພື່ອນມິດ ອາຊຽນ ແລະ ມອບບາງຫນ້າທີ່ສຳຄັນໃຫ້. ສະຖານທູດຫວຽດນາມ ເຄີຍເປັນປະທານຂອງຄະນະກຳມະການນີ້ ແລະ ຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາຫລາຍຄັ້ງ ແລະ ເຊີນບັນດາເພື່ອນມິດພ້ອມກັນເຂົ້າຮ່ວມຢູ່ ພາຍໃນ ແລະ ນອກ ນະຄອນ Cairo. ໃນ 2 ປີຜ່ານມາ, ສະຖານທູດ ກໍ່ໄດ້ຮັບການສະຫນັບສະຫນູນ ແລະ ການຫນູນຊ່ວຍຈາກສະຖານທູດບັນດາປະເທດ ອາຊຽນ ຈັດຕັ້ງຫລາຍເຫດການສຳເລັດຜົນ ແລະ ພິເສດ ແມ່ນ ມີບັນດາເຫດການໂຄສະນາກ່ຽວກັບດ້ານວັດທະນະທຳຂອງຫວຽດນາມ ຢູ່ ອີຢີບ ແລະ ຜ່ານນັ້ນ ໂຄສະນາດ້ານວັດທະນະທຳຫວຽດນາມ ສຳລັບປະຊາຄົມ ອາຊຽນ ຢູ່ທີ່ນີ້.”

ຢູ່ ນະຄອນຫລວງ ວຽງຈັນ, ພິທີໄຕ້ໂຄມໄຟສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ  (8/8/1967 – 8/8/2017) ແລະ 20 ປີແຫ່ງວັນ ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ (23/7/1977-23/7/2017) ຖືກຈັດຂຶ້ນຢ່າງສົມກຽດຢູ່ ປະຕູໄຊ. ຜູ້ຕາງຫນ້າບັນດາສະຖານທູດຕ່າງປະເທດ ປະຈຳລາວ, ບັນດາອົງການສື່ມວນຊົນຢູ່ ນະຄອນຫລວງ ວຽງຈັນ ພ້ອມກັບປະຊາຊົນນະຄອນຫລວງວຽງຈັນ ແລະ ເຂດອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ໃນວັນດຽວກັນ, ສະຖານທູດ ຟີລີບປີນ ປະຈຳ ອິດສະຣາແອນ, ຄະນະກຳມະການ ອາຊຽນ ຢູ່ ສ. ອາຟຼິກາໃຕ້, ສ.ເຊັກໂກ, ໂຮນລັງ, ສະຖານທູດບັນດາປະເທດ ອາຊຽນ ຢູ່ ອັກຊັງຕີນ  ກໍ່ໄດ້ຈັດພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ