ສະເຫຼີມສະຫຼອງ 50 ປີແຫ່ງວັນປະທານ ໂຮ່ຈິມິນ ລົງຢ້ຽມຢາມ ທ໋າຍງວຽນ

ສະເຫຼີມສະຫຼອງ 50 ປີແຫ່ງວັນປະທານ ໂຮ່ຈິມິນ ລົງຢ້ຽມຢາມ ທ໋າຍງວຽນ - ảnh 1
ປະທານ​ໂຮ່ຈິ​ມິນ ຢ້ຽມຢາມ​ທ໋າຍງວຽນ 7 ຄັ້ງ
(ພາບເອກະສານ)


(vovworld) - ຕອນ​ຄໍ່າ​ວັນ​ທີ 31/12, ຢູ່​ນະຄອນ​ທ໋າຍງວຽນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມິນ ລົງ​ຢ້ຽມຢາມ ​ເປັນ​ຄັ້ງ​ສຸດ​ທ້າຍ (01/01/1964 – 01/01/2014) ຢ່າງ​ສົມ​ກຽດ. ກ່າວສູນ​ທອນ​ພົດ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ຫວຽນດິ່ງ​ແຟ໋ກ, ​ເລຂາ​ຄະນະ​ພັກ​ນະຄອນ​ທ໋າຍງວຽນ ຊີ້​ແຈ້ງວ່າ, ​ຄາວ​ປະທານ​ໂຮ່ຈິ​ມິນ​ຍັງ​ມີ​ຊີວິດ​ຢູ່, ທ່ານ​ໄດ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ທ໋າຍງວຽນ ​​ເປັນ​ຫຼາຍ​ປີ​​ໃນ​​ໄລຍະ​ສົງຄາມ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ. ພາຍ​ຫຼັງ ສັນຕິພາບ​ໄດ້​ກັບ​ຕ່າວ​ຄືນ​ມາ, ປະທານ​ໂຮ່ຈິ​ມິນ ​ໄດ້​ກັບ​ເມືອ​ຢ້ຽມຢາມ​ທ໋າຍງວຽນ 7 ຄັ້ງ ​ແລະ ຄັ້ງ​ທີ 7 ກໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ​ຂອງ​ເພີ່ນ. ທ່ານ ຫງວຽນ​ດິ່ງ​ແຟ໋ກ ​ໃຫ້​ຮູ້​ວ່າ.

          “​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຖິງ​ວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາ​ກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງກໍ່ຕາມ, ​ແຕ່​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນ​ດາ​ເຜົ່າ​ແຂວງ​ທ໋າຍງວຽນ ຕັດສິນ​ໃຈ​ແກ້​ໄຂ​ບັນ​ດາຮົ້ວ​ກີດຂວາງ, ​ຈຸດ​ອ່ອນ ສູ້​ຊົນ​ປະຕິບັດ​ຈຸດໝາຍ​ຫັນ​​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ກ່ອນ​ປີ 2020 ຢ່າງ​ມີ​ໄຊ. ທ໋າຍງວຽນ ສູ້​ຊົນ​ເພື່ອ​ກາຍ​ເປັນ​ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ໃນ​ຊຸມ​ປີທີ 20 ຂອງ​ສະຕະວັດ​ທີ 21”.

ຂ່າວ/ບົດ​ອື່ນ