ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງວິທະຍາຄານຕຳຫລວດປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງວິທະຍາຄານຕຳຫລວດປະຊາຊົນ (15/05/1968 – 15/05/2018) ແລະ ຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະຕໍ່ສູ້ຕ້ານອາເມລິກາກູ້ຊາດ.
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງວິທະຍາຄານຕຳຫລວດປະຊາຊົນ - ảnh 1 ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງວິທະຍາຄານຕຳຫລວດປະຊາຊົນ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງບົດບາດຂອງກຳລັງຕຳຫລວດປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຍົກອອກບັນດາສິ່ງທ້າທາຍໃນປັດຈຸບັນ ຊຶ່ງວິທະຍາຄານ ແລະ ກຳລັງຕຳຫລວດຄວນເອົາໃຈໃສ່ວ່າ:

        “ວິທະຍາຄານຄວນກຳນົດວິໄສທັດໃນການພັດທະນາໃຫ້ຈະແຈ້ງກ່ວາ, ມີຄວາມໄຝ່ຝັ່ນໃຫຍ່ກ່ວາ ແລະ ມີບັນດາບາດກ້າວເດີນຢ່າງກ້າຫານ ແລະ ໜັກແໜ້ນ ເພື່ອກາຍເປັນຮາກຖານສຶກສາຈຸດສຸມ ແລະ ເປັນໂຮງຮຽນບັນລຸມາດຕະຖານລະດັບຊາດໂດຍໄວ. ສູ້ຊົນກາຍເປັນສູນບຳລຸງສ້າງຕຳຫລວດທີ່ມີອິດທິພົນຊື່ສຽງ ແລະ ບັນລຸລະດັບພາກພື້ນ ແລະ ສາກົນ. ສິ່ງນັ້ນ ໄດ້ວາງອອກພາລະກຳຢ່າງໃຫຍ່ຫລວງສຳລັບວິທະຍາຄານ ຕ້ອງປ່ຽນແປງໃໝ່ຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ