ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກະໂປ

(VOVWORLD) - ກວ່າເຄິ່ງສະຕະວັດຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວພັດທະນາຢ່າງແຮງ, ຂະຫຍັນຂັນເຄື່ອນ ແລະ ແທດຈິງ.
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກະໂປ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

        ຕອນຄ່ຳວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໄດ້ສົມທົບກັບສະຖານທູດ ສິງກະໂປ ປະຈຳ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (01 ສິງຫາ 1973 – 01 ສິງຫາ 2023) ແລະ 10 ປີແຫ່ງການຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ຢືນຢັນວ່າ, ກວ່າເຄິ່ງສະຕະວັດຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວພັດທະນາຢ່າງແຮງ, ຂະຫຍັນຂັນເຄື່ອນ ແລະ ແທດຈິງ. ການພົວພັນລະຫວ່າງ 2 ປະເທດແມ່ນຮູບແບບປະສົບຜົນສຳເລັດ, ນັບທັງການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ; ໃນນັ້ນ, ຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈໄດ້ສ້າງປະຖົມປັດໃຈເພື່ອຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນຫຼາຍຂົງເຂດ. ທ່ານນາງຮອງປະທານປະເທດເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຈະພັດທະນາຢ່າງດີງາມກວ່າໃນໄລຍະຈະມາເຖິງ.

        ທີ່ເຫດການ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam, ເຊື່ອໝັ້ນວ່າ ດ້ວຍພື້ນຖານອັນໝັ້ນແກ່ນເຊິ່ງການນຳ, ປະຊາຊົນ 2 ປະເທດພ້ອມກັນສ້າງຂຶ້ນນັ້ນ, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຢ່າງດີງາມໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ