ສະເຫຼີມສະຫຼອງ 53 ປິແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ອາເມລິກາ

(VOVWORLD) -  ວັນທີ 20 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ເປັນປະທານຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ ຂຶ້ນທາງອອນລາຍ. ເຫດການດັ່ງກ່າວ ໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ດ້ວຍຖານະຕຳແໜ່ງເປັນປະເທດປະທານ ອາຊຽນ 2020 ໄດ້ສົມທົບກັບສະຖານທູດບັນດາປະເທດສະມາຊິກ ອາຊຽນ ປະຈຳ ອາເມລິກາ ຈັດຕັ້ງ.
ສະເຫຼີມສະຫຼອງ 53 ປິແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ອາເມລິກາ - ảnh 1ທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ 

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສົ່ງຄຳອວຍພອນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo, ໃນນັ້ນ ໄດ້ຕີລາຄາວ່າ ອາຊຽນ ໄດ້ກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນກ່ວາ, ທ່ານຢັ້ງຢືນວ່າ ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ ແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນໃນວິໄສທັດຂອງ ອາເມລິກາ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານ David Stilwell ໄດ້ເນັ້ນໜັກວ່າ ອາເມລິກາ ໄດ້, ພວມ ແລະ ຈະສືບຕໍ່ແບ່ງປັນບັນດາຫຼັກການທີ່ຍົກອອກໃນວິໄສທັດຂອງ ອາເມລິກາ ກໍ່ຄືຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ເຄົາລົບອະທິປະໄຕ, ກົດໝາຍ ແລະ ມີຄວາມໂປ່ງໃສ. ອາເມລິກາ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ອາຊຽນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອາຊຽນ, ໃນນັ້ນ ອາເມລິກາ ຈະສືບຕໍ່ໜູນຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດໃນການເດີນເຮືອ.

ຕອບກັບ

ຂ່າວ/ບົດ​ອື່ນ