ສະເຫຼີມສະຫຼອງ 55 ປີແຫ່ງນັງສືພິມຮ່າໂນ້ຍໃໝ່ ອອກສະບັບທຳອິດ

ສະເຫຼີມສະຫຼອງ 55 ປີແຫ່ງນັງສືພິມຮ່າໂນ້ຍໃໝ່ ອອກສະບັບທຳອິດ - ảnh 1
ທ່ານ Pham Quang Nghi ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ
(ພາບ: VGP)


(vovworld) -     ວັນ​ທີ 23/10, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມ​ຮ່າ​ໂນ້ຍ​ໃໝ່ ຈັດ​ຕັ້ງ​ການສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນອອກ​ສະບັບ​ທຳ​ອິດ (24/10/1975 - 24/10/2012). ​ເຂົ້າ​ຮ່ວມ​ພິທີ່​ມີ​ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ນະ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ; ທ່ານ Pham Quang Nghi, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ແລະ ການ​ນຳ​ບັນດາ​ອົງການ​ສູນ​ກາງ, ນະຄອນ​ຮ່າ​ໂນ້ຍ, ພ້ອມ​ກັບ​ພະນັກງານ, ນັກ​ຂ່າວ, ບັນນາ​ທິການ, ກຳມະກອນ​ສັງກັດ​ສຳນັກ​ສື່ພິມ​ຮ່າ​ໂນ້ຍ​ໃໝ່.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Pham Quang Nghi ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ, ​ໄດ້​ຍົກ​ສູງ​ບົດບາດ​ຂອງ​ໜັງ​ສື​ພິມ​ຮ່າ​ໂນ້ຍ​ໃໝ່ ທີ່​ມີ​ຕໍ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະຄອນຫຼວງ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ. ທ່ານ Pham Quang Nghi ກ່າວ​ວ່າ.

“​ເປັນ​ຜູ້​ທີ່​ຍາມ​ໃດ​ກໍ່​ແບບ​ຫາບ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ທີ່​ໜັກໜ່ວງ ​ແລະ ​ມີ​ກຽດສະຫງ່າ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ ສັງຄົມ ​ແລະ ປະຊາຊົນ​ນະຄອນຫຼວງ ພວມ​ຕ້ອງການ​ມີສຽງ​​ເວົ້າຢ່າງ​ທັນ​ການ, ມີໜ້າ​ທີ່​ຂອງ​ບັນດາ​ນັກ​ຂ່າວ, ມີນ້ຳ​ໃຈ, ​ມີ​ຄວາມເກັ່ງ​ກ້າສາມາດ ​ແລະ ຄຸນສົມບັດ, ຍາມ​ໃດ​ກໍ​ພະຍາຍາມ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອປະຊາຊົນ ​ແລະ ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ຫວັງ​ວ່າ, ​ຈາກ​ຜູ້​ບັນນາທິການ​ໃຫຍ່ ​ເຖິງ​ນັກ​ຂ່າວ, ບັນມາ​ທິການ​ແຕ່ລະຄົນຍາມ​ໃດ​ກໍ​ຕ້ອງຈົດ​ຈຳ​ຄຳ​ສັ່ງສອນ​ຂອງ​ລຸ​ມ​ໂຮ່, ຜູ້​ທີ່​ເປັນ​ອາຈານ​ຂອງ​ໜັງ​ສືພິມ​ປະຕິ​ວັດ​ຫວຽດນາມ ​ແມ່ນ​ອອກ​ຂ່າວ​ໃຫ້​ໃຜ, ອອກ​ຂ່າວຫຍັງ ​ແລະ ອອກ​ຂ່າວຄື​ແນວ​ໃດ”.

ຂ່າວ/ບົດ​ອື່ນ