ສະເຫຼີມສະຫຼອງ 55 ປີແຫ່ງວັນມູນເຊື້ອ ທະຫານປ້ອງກັນ ຊາຍແດນ

ສະເຫຼີມສະຫຼອງ 55 ປີແຫ່ງວັນມູນເຊື້ອ ທະຫານປ້ອງກັນ ຊາຍແດນ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປະດັບຫຼຽນໄຊ ໂຮ່ຈີມິນ
ໃຫ້ກຳລັງທະຫານປ້ອງກັນຊາຍແດນ)


(vovworld) - ວັນ​ທີ 02/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຈົດໝາຍ​ອວຍພອນ​ເຖິງ​ພະນັກງານ, ນັກຮົບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ປະຊາຊົນ​ເຂດ​ຊາຍ​ແດນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ມູນ​​ເຊື້ອ​ທະຫານ​ປ້ອງ​ກັນຊາ​ຍ​ແດນ.

        ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ​ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າຂອງບັນດາ​ພະນັກງານ, ນັກຮົບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ປະຊາຊົນ​​ເຂດ​ຊາຍ​ແດນ ໄດ້​ສ້າງ​ເປັນ​ໄຊຊະນະ, ຜົນງານຂອງ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ສືບ​ຕໍ່​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ, ​ໃນ​ຊຸມ​ປີ​ຕໍ່ໜ້າ, ຫວຽດນາມ​ທັງ​ມີ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ຫຼາຍ​ຢ່າງ,  ​ໜ້າ​ທີ່​ວຽກ​ງານ​ປ້ອງ​ກັນຊາ​ຍ​ແດນ​ນັບ​ມື້​ນັບ​ຮອບດ້ານ​ກວ່າ, ດັ່ງ​ນັ້ນ​ທ່ານ​ປະທານ​ປະ​ເທດຫວັງ​ວ່າ, ພະນັກງານ​ນັກຮົບ, ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ປະຊາຊົນ​ເຂດ​ຊາຍ​ແດນ ​ຕ້ອງ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ກາລະ​ໂອກາດ, ຜ່ານ​ຜ່າການ​ທ້າ​ທາຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ກໍ່ສ້າງ, ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ຜືນ​ແຜ່ນດິນ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຢ່າງ​ໝັ້ນຄົງ, ກໍ່ສ້າງ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ​

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 2/3 ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນມູນ​ເຊື້ອ ທະຫານ​ປ້ອງ​ກັນຊາ​ຍ​ແດນ, 25 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ຍ​ແດນ ​ແລະ ”ຕ້ອນຮັບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ”. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ສະ​ເໜີ​ວ່າ:

        ”ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮັດ​ຫຼ້ອນ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່, ພະນັກງານ, ນັກ​ຮົບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຄວນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ຜ່ານ​ມາ​ ກ່ຽວ​ກັບ ”ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່” ເປັນ​ຢ່າງ​ດີ, ສືບ​ຕໍ່​ຮຳ່ຮຽນ, ຫຼໍ່​ຫຼອມ, ​ກໍ່ສ້າງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​​ໃຫ້ໝັ້ນຄົງ​​ເຂັ້ມ​ແຂງຮອບດ້ານ”.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ, ມານະ​ພະຍາຍາມ​ສູ້​ຊົນ, ຫຼໍ່​ຫຼອມ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 1/3, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກປ່ຽນ​ພິ​ເສດ ”ຊາຍ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ນຳ້​ໃຈ​ມິດຕະພາບ”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫງວຽນ​ທ້ຽນ​ເຍິນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ແຈ້ງ​ຄວາມ​ໝາຍ, ຜົນປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ຍ​ແດນ ​ໃນ​ການ​ກໍ່ສ້າງ, ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ, ພ້ອມ​ທັງ​ຢືນຢັນ​ບົດບາດ​ຂອງ​ກຳລັງ​ທະຫານປ້ອງ​ກັນຊາ​ຍ​ແດນ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ, ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ.

ຂ່າວ/ບົດ​ອື່ນ