ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອານເຊຣີ (28/10/1962 – 28/10/2017), ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງງານວາງສະແດງບັນດາຮູບພາບກ່ຽວກັບປະຫວັດສາດແຫ່ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ. 
 
ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ - ảnh 1 ບັນດາຜູ້ເຂົ້າຮ່ວມງານວາງສະແດງ

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ອານເຊຣີ ປະຈຳ ຫວຽດນາມ Mohamed Berrah, ໃຫ້ຮູ້ວ່າ: ວັນທີ 28 ຕຸລາ 1962 ເປັນຂີດໝາຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ອານເຊຣີ ແລະ ຫວຽດນາມ. ນັບແຕ່ມື້ສ້າງຕັ້ງການພົວພັນທາງການທູດມາຮອດປະຈຸບັນ, ອານເຊຣີ ແລະ ຫວຽດນາມ ໄດ້ປັບປຸງ ແລະ ພັດທະນາການພົວພັນ 2 ຝ່າຍຢ່າງບໍ່ຢຸດຢັ້ງ. ການພົວພັນທາງດ້ານການເມືອງໄດ້ຮັບການປັບປຸງ. 2 ປະເທດມີວິໄສທັດລວມກ່ຽວກັບການພົວພັນສາກົນ, ໄດ້ຮັບການກໍ່ສ້າງບົນພື້ນຖານສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພ, ແກ້ໄຂບັນດາການຂັດແຍ້ງກັນໂດຍຜ່ານບັນດາມາດຕະການສັນຕິພາບ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ນຳໃຊ້ກຳລັງອາວຸດ, ສະໜັບສະໜູນສິດຕັດສິນດ້ວຍຕົນເອງຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ